ຢູ 12 ລ໋ອບ ສະເຕດຽມ ຄວ້າອັນດັບ 4 ໃນລາຍການ ທີ່ປະເທດໄທ

274

ຢູ 12 ລ໋ອບ ສະເຕດຽມ ຮຸ່ນອາຍຸບໍເກີນ 12 ປີ ຄວ້າອັນດັບ 4 ໃນການແຂ່ງຂັນບານເຕະລາຍການ THAICOM FOOTBALL JUNIOR U-12 ລະຫວ່າງວັນທີ 3-4 ສິງຫາ 2019 ທີ່ຈະຈັດການແຂ່ງຂັນທີ່ ສະໜາມບານເຕະ ໃນສະໜາມກ໊ອຟ Alpine golf resort ທີ່ແຂວງຊຽງໃໝ່ ປະເທດໄທ

ສໍາລັບ ການແຂ່ງຂັນຄັ້ງນີ້ມີ 6 ທີມ ຈາກ 3 ປະເທດເຂົ້າຮ່ວມແບ່ງເປັນ ຈາກໄທ ເຈົ້າພາບ 5 ທີມ, ລາວ 1 ທີມ, ມາເລເຊຍ 1 ທີມ ແລະ ຈີນ 1 ທີມ, ເຊິ່ງ ລ໋ອບ ສະເຕດ້ຽມ ຕົວແທນຈາກ ສປປ ລາວ ຖືກຈັບຢູ່ກຸ່ມ A ຮ່ວມກັບ 3 ທີມຈາກປະເທດໄທ ໄດ້ແກ່ Coach noi Academy, Vachiralai Bee School ແລະ SC.academy, ສ່ວນ ກຸ່ມ B ປະກອບມີ Lamphun FC ຈາກໄທ, South China ຈາກຮົງກົງ, Mahajak FC ຈາກໄທ ແລະ Goodwood FC ຈາກມາເລເຊຍ.

ໂດຍຮອບ 4 ທີມແຂ່ງຂັນໃນວັນທີ 4 ສິງຫາ ທີ່ຜ່ານມາ ປາກົດວ່າ: ຢູ 12 ລ໋ອບ ສະເຕດຽມ ເສຍໃຫ້ Mahajak FC 1-2 ຕ້ອງໄປຊີງອັນດັບ 3 ກັບ Lamphun FC, ເຊິ່ງໃນຮອບຊີງອັນດັບ 3 ຢູ 12 ລ໋ອບ ສະເຕດຽມ ເສຍໄປຫວຸດຫວິດ 2-3 ເຮັດຄວ້າອັນດັບ 4 ໄປຄອງ. ສ່ວນນັດຊີງຊະນະເລີດ Mahajak FC ສາມາດເອົາຊະນະ Vachiralai Bee School 2-1 ຄວ້າແຊັມໄປຄອງ ພ້ອມຂັນລາງວັນດິວິຊັນ 1 ໄປຄອງ.

ສໍາລັບ ຜົນງານຂອງ ຢູ 12 ລ໋ອບ ສະເຕດຽມ ຮອບແບ່ງກຸ່ມແຂ່ງຂັນກັນ 3 ນັດໃນວັນດຽວວັນທີ 3 ສິງຫາ 2019 ຜ່ານການແຂ່ງຂັນ ປາກົດວ່າ: ນັດທໍາອິດ ລ໋ອບ ສະເຕດ້ຽມ ສາມາດເອົາຊະນະ SC.academy 4-0, ນັດທີ 3 ຊະນະ Coach noi Academy 3-0 ແລະ ນັດທີ 3 ເສຍໃຫ້ Vachiralai Bee School 0-3 ເຮັດໃຫ້ຜ່ານເຂົ້າຮອບ 4 ທີມໃນດິວິຊັນ 2 ຖານະອັນດັບ 2 ຂອງກຸ່ມ A ໄປພົບກັບ Mahajak FC ແຊັມກຸ່ມ B.

ສ່ວນຮູບແບບການແຂ່ງຂັນແມ່ນຈະແຂ່ງຂັນແບບພົບກັນໝົດໃນແຕ່ລະກຸ່ມ ເພື່ອຄັດເອົາອັນດັບ 1 ແລະ 2 ເຂົ້າຫຼິ້ນໃນດິວິຊັນ 1 ເພື່ອລຸ້ນຂັນແຊັມດິວິຊັນ 1, ສ່ວນທີມທີໄດ້ອັນດັບ 3 ແລະ 4 ແມ່ນຈະໄດ້ໄປຫຼິ້ນໃນດິວິຊັນ 2 ເພື່ອລຸ້ນຂັນແຊັມດິວິຊັນ 2 ຕາມຮູບແບບການຈັດການແຂ່ງຂັນຂອງລາຍການດັ່ງກ່າວ ເພື່ອໃຫ້ນັກເຕະໄດ້ມີການແຂ່ງຂັນຢ່າງທົ່ວເຖິງ.