ລາຄານໍ້າມັນດິບ ປັບຕົວຫຼຸດລົງເລັກໜ້ອຍ

10

ລາຄານໍ້າມັນດິບເວັດເທັກຊັດ ຫລື WTI ສົ່ງມອບເດືອນພຶດສະພາ ປິດຕະຫລາດວັນທີ 22 ເມສາ ປັບລົງ29 ເຊັນ ປິດທີ່ 82,85ໂດລາສະຫະລັດຕໍ່ບາເຣລ; ຂະນະທີ່ລາຄານໍ້າມັນດິບເບຣນ ງວດສົ່ງມອບເດືອນມິຖຸນາ ຫຼຸດລົງ29 ເຊັນປິດທີ່ 87,00ໂດລາສະຫະລັດຕໍ່ບາເຣລ.

ນັກລົງທຶນຄາຍຄວາມກັງວົນຕໍ່ການເຮັດ ສົງຄາມລະຫວ່າງ ອິດສະຣາແອນ ກັບ ອິຣານ ຫຼັງເຈົ້າໜ້າທີ່ອິດສະຣາແອນ ລະບຸວ່າ ການໂຈມຕີຂອງອິດສະຣາແອນ ຕໍ່ອິຣານ ເປັນພຽງການສະແດງອອກເຊີງສັນຍະລັກ ຫຼາຍກວ່າທີ່ມີຈຸດປະສົງທຳລາຍອິຣານ. ຂະນະທີ່ເຈົ້າໜ້າທີ່ອິຣານ ຢັ້ງຢືນບໍ່ມີແຜນຕອບໂຕ້ອິດສະຣາແອນ.

ນັກລົງທຶນຍັງຕິດຕາມຄັງນໍ້າມັນດິບຂອງ ສະຖາບັນປີໂຕລ້ຽມເອເມຣິກາ ຫຼື (API) ກ່ອນທີ່ສຳນັກງານຂ່າວສານດ້ານພະລັງງານຂອງລັດຖະບານສະຫະລັດອາເມຣິກາ (EIA) ຈະເປີດເຜີຍຂໍ້ມູນຄັງນໍ້າມັນໃນວັນພຸດນີ້.