ລາຄາຄຳຟິວເຈີ ຫຼຸດລົງ 67,4 ໂດລາ ໝົດແຮງໜູນເຫດສົງຄາມ

43

ລາຄາຄຳຕະຫຼາດຟິວເຈີ ປັບຕົວຫຼຸດລົງ67,40ໂດລາ ໂດຍນັກລົງທຶນໄດ້ເທຂາຍຄຳໃນຖານະສິນຊັບປອດໄພ ຫຼັງຜ່ອນຄາຍ ຄວາມກັງວົນຂອງສົງຄາມລະ ຫວ່າງ ອິດສະຣາແອນ ກັບ ອິຣານ.

ສັນຍາລາຄາຄຳຕະຫຼາດໂຄແມັກ COMEX (Commodity Exchange)ສົ່ງມອບເດືອນມິຖຸນາ ປັບຕົວຫຼຸດລົງ67,40ໂດລາ ປິດທີ່2.346,40ໂດລາສະຫະລັດຕໍ່ອອນ.

ລາຄາຄຳຟິວເຈີ ພຸ່ງຂຶ້ນສູ່ລະດັບ2.420ໂດລາສະຫະລັດໃນການຊື້ຂາຍຊ່ວງທຳອິດໃນວັນສຸກທີ 19 ເມສາ ຂະນະທີ່ນັກລົງທຶນພາກັນເຂົ້າຊື້ຄຳດ້ວຍຄວາມແຕກຕື່ນ ຫຼັງມີຂ່າວອິດສະຣາແອນ ຍິງລູກສອນໄຟໂຈມຕີອິຣານ.

ຢ່າງໃດກໍຕາມລາຄາຄຳປັບຕົວລົງໃນເວລາຕໍ່ມາ ຂະນະທີ່ນັກລົງທຶນຄາຍຄວາມກັງວົນຕໍ່ການເຮັດສົງຄາມລະຫວ່າງ ອິດສະຣາແອນ ກັບ ອິຣານ ຫຼັງເຈົ້າໜ້າທີ່ອິດສະຣາແອນ ລະບຸວ່າ ການໂຈມຕີຂອງອິດສະຣາແອນ ຕໍ່ອິຣານ ເປັນພຽງການສະແດງອອກເຊີງສັນຍະລັກ ຫຼາຍກວ່າທີ່ມີຈຸດປະສົງທຳລາຍອິຣານ. ຂະນະທີ່ເຈົ້າໜ້າທີ່ອິຣານ ຢັ້ງຢືນບໍ່ມີແຜນຕອບໂຕ້ອິດສະຣາແອນ.

ນອກຈາກນີ້ລາຄາຄຳ ຍັງໄດ້ຮັບຜົນກະທົບຈາກການແຂງຄ່າຂອງເງິນໂດລາສະຫະລັດ ແລະ ການເພີ່ມຂຶ້ນຂອງອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດ.

ລາຄາຄຳຍັງຖືກກົດດັນຈາກການທີ່ນັກລົງທຶນເລື່ອນຄາດການການປັບຫຼຸດອັດຕາດອກເບ້ຍຄັ້ງທຳອິດຂອງທະນາຄານການສະຫະລັດ ຫລືເຟດ ເປັນເດືອນກັນຍາ ຈາກເດີມທີ່ຄາດໄວ້ໃນເດືອນມິຖຸນາ ຫຼັງທ່ານ ເຈີໂຣມ ພາວເວລ ປະທານເຟດສະແດງ ຄວາມກັງວົນກ່ຽວກັບເງິນເຟີ້ສະຫະລັດທີ່ຍັງຄົງຢູ່ໃນລະດັບສູງ.