ອີຊີບີ ກຽມປັບຫຼຸດອັດຕາດອກເບ້ຍໃນໄວໆນີ້

15

ທ່ານນາງ ຄິສຕິນ ລາກາດ ປະທານທະນາຄານກາງເອຣົບ ຫລື ອີຊີບີ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ອີຊີບີ ກຽມປັບຫຼຸດອັດຕາດອກເບ້ຍໃນໄລຍະເວລາອັນໃກ້ນີ້ ຫາກບໍ່ມີເຫດການບໍ່ຄາດຝັນເກີດຂຶ້ນ ໂດຍອີຊີບີ ຈະຕິດຕາມສະຖານະການນໍ້າມັນຢ່າງໃກ້ຊິດ.

ຄຳຖະແຫຼງດັ່ງກ່າວມີຂຶ້ນບໍ່ດົນຫຼັງຈາກອີຊີບີ ສົ່ງສັນຍານປັບຫຼຸດອັດຕາດອກເບ້ຍໃນລະຫວ່າງການປະຊຸມເດືອນມິຖຸນາທີ່ຈະມາເຖິງ.

ທ່ານນາງ ຄິສຕິນ ລາກາດ ໃຫ້ສຳພາດສຳນັກຂ່າວຊີເອັນບີຊີວ່າ: ເຮົາກຳລັງເຫັນພາວະເງິນເຟີ້ໃນລະດັບທີ່ເຮົາຄາດໄວ້ ແຕ່ເຮົາຍັງຕ້ອງສ້າງຄວາມໝັ້ນໃຈໃຫ້ຫຼາຍຂຶ້ນອີກເລັກໜ້ອຍ ໃນຂະບວນການປັບຫຼຸດຂອງອັດຕາເງິນເຟີ້ນີ້ ຫາກມັນເຄື່ອນໄຫວໄປຕາມທີ່ຄາດການໄວ້ ແລະ ຫາກບໍ່ມີເຫດການບໍ່ຄາດຝັນ ເຮົາກຳລັງມຸ່ງໜ້າສູ່ຊ່ວງເວລາທີ່ເຮົາຕ້ອງຜ່ອນຄາຍນະໂຍບາຍການເງິນແບບເຂັ້ມງວດ,

ທັງນີ້ເມື່ອວັນທີ 11 ເມສາ ອີຊີບີ ມີມະຕິ ຮັກສາອັດຕາດອກເບ້ຍ ຕາມການຄາດການຂອງຕະຫຼາດ ໂດຍເປັນການຄົງອັດຕາດອກເບ້ຍຕິດຕໍ່ກັນເປັນຄັ້ງທີ 5.

ການຄົງອັດຕາດອກເບ້ຍດັ່ງກ່າວ ສົ່ງຜົນໃຫ້ອັດຕາດອກເບ້ຍເງິນຝາກຢູ່ທີ່ລະດັບ4,00% ຂະນະທີ່ອັດຕາດອກເບ້ຍເງິນກູ້ຢູ່ທີ່4,75%.