ລົດໄຟຄວາມໄວສູງຈາກາຕາ-ບັນດຸງ ຂົນສົ່ງຜູ້ໂດຍສານ 2,56 ລ້ານເທື່ອຄົນ

13

ຂ່າວຊີອາໄອລາຍງານວ່າ: ບໍລິສັດທາງລົດໄຟສາກົນຈີນຈຳກັດໄດ້ເປີດເຜີຍໃຫ້ຮູ້ວ່າ: ວັນທີ 17 ເມສານີ້ ລົດໄຟຄວາມໄວສູງຈາກາຕາ-ບັນດຸງຢູ່ອິນໂດເນເຊຍໄດ້ເປີດການບໍລິການມາເປັນເວລາເຄິ່ງປີແລ້ວ, ເຫັນວ່າປະລິມານຂອງຜູ້ໂດຍສານມີທ່າອ່ຽງເພີ່ມຂຶ້ນ ລວມທັງໝົດໄດ້ບັນລຸເຖິງ 2,56 ລ້ານເທື່ອຄົນ ແລະອັດຕາການຈອງບ່ອນນັ່ງໃນມື້ດຽວສູງສຸດແມ່ນມີເຖິງ 99,6%.

ຂະບວນລົດໄຟໂດຍສານໄດ້ດຳເນີນການແລ່ນລົດຢ່າງປອດໄພຫຼາຍກວ່າ 1,26 ລ້ານກິໂລແມັດ, ການຂົນສົ່ງຜູ້ໂດຍສານ, ກໍມີຄວາມປອດໄພ ແລະເປັນລະບຽບຮຽບຮ້ອຍ.

ທາງລົດໄຟນີ້ຢູ່ໃກ້ກັບນະຄອນຫຼວງຈາກາຕາ ແລະ ບັນດຸງເມືອງທ່ອງທ່ຽວທີ່ມີຊື່ສຽງຂອງປະເທດອິນໂດເນເຊຍ, ຫຼັງຈາກທີ່ລົດໄຟຄວາມໄວສູງຈາກາຕາ-ບັນດຸງເປີດການບໍລິການດ້ວຍຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງແລ້ວ, ເວລາການເດີນທາງລະຫວ່າງຈາກາຕາຫາບັນດຸງໄດ້ຫຼຸດຈາກ 3 ຊົ່ວໂມງລົງເປັນ 46 ນາທີ.