ໄອເອັມເອັຟ ປັບເພີ່ມຄາດຄະເນການເຕີບໂຕເສດຖະກິດໂລກໃນປີ 2024

14

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນເງິນຕາສາກົນ ຫລື ໄອເອັມເອັຟ (IMF) ຄາດຄະເນລະດັບການເຕີບໂຕເສດຖະກິດທົ່ວໂລກປີ 2024 ຈະບັນລຸ 3,2%.

ກອງທຶນເງິນຕາສາກົນ ໄດ້ອອກບົດລາຍງານແງ່ຫວັງເສດຖະກິດໂລກ ໃນວັນທີ 16 ເມສາ ໂດຍໄດ້ຄາດຄະເນລະດັບການເຕີບໂຕເສດຖະກິດທົ່ວໂລກປີ 2024 ຈະບັນລຸ 3,2% ເຊິ່ງເພີ່ມຂຶ້ນ 0,1% ເມື່ອທຽບໃສ່ອັດຕາທີ່ໄດ້ຄາດຄະເນໃນເດືອນ ມັງກອນຜ່ານມາ. ລະດັບການເຕີບໂຕເສດຖະກິດປີ 2025 ອາດຈະຢູ່ໃນລະດັບ 3,2%. ສ່ວນໄພເງິນເຟີ້ ຄາດຄະເນວ່າຈະຫຼຸດລົງຈາກ 5,9% ໃນປີນີ້ ເປັນ4,5% ໃນປີໜ້າ, ຍ້ອນອັດຕາດອກເບ້ຍເພີ່ມຂຶ້ນຢູ່ຫຼາຍປະເທດໃນໂລກ.

อาจเป็นรูปภาพของ 10 คน, เสื้อโค้ททรงดัฟเฟิล, ฝูงชน, ไทม์สแควร์, ถนน และ ข้อความ

ບົດລາຍງານຂອງ IMF ຊີ້ໃຫ້ເຫັນຄວາມແຕກຕ່າງກັນຢ່າງຈະແຈ້ງກ່ຽວກັບແງ່ຫວັງການເຕີບໂຕຂອງບັນດາພື້ນຖານເສດຖະກິດພັດທະນາ. ໂດຍຄາດຄະເນວ່າ ລະດັບການເຕີບໂຕເສດຖະກິດ ອາເມຣິກາ  2024  ບັນລຸ 2,7% ສູງກວ່າ ລະດັບ 2,1% ທີ່ໄດ້ຍົກອອກເມື່ອເດືອນມັງກອນ.

ນອກນັ້ນ ຍັງຮັກສາລະດັບຄາດຄະເນອັດຕາເຕີບໂຕເສດຖະກິດຂອງຈີນ ແມ່ນຢູ່ໃນລະດັບ 4,6% ໃນປີ 2024 ແລະ 4,1% ໃນປີໜ້າ.