ໄຕມາດ 1 ຈີດີພີຈີນ ຂະຫຍາຍຕົວ 5,3%

15

ຂ່າວຊີອາໄອ ລາຍງານວ່າ:  ວັນທີ 16 ເມສາ  ຫ້ອງການຖະແຫຼງຂ່າວລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວຂຶ້ນ ເພື່ອເປີດເຜີຍຂໍ້ມູນສະຖິຕິໂດຍຊີ້ໃຫ້ເຫັນວ່າ: ອີງຕາມການຄິດໄລ່ໃນເບື້ອງຕົ້ນ ລວມຍອດຜະລິດຕະພັນພາຍໃນ ຫຼື GDPຂອງຈີນໃນໄຕມາດທີ 1 ໄດ້ບັນລຸເຖິງ 29.629,9 ຕື້ຢວນ ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

อาจเป็นรูปภาพของ 1 คน

ໃນໄຕມາດທຳອິດ, ມູນຄ່າການຜະລິດເຕັກນິກທີ່ກ້າວໜ້າທັນສະໄໝເພີ່ມຂຶ້ນ 7,5%, ມູນຄ່າຂາຍຍ່ອຍສິນຄ້າອຸປະໂພກບໍລິໂພກໃນສັງຄົມເພີ່ມຂຶ້ນ 4,7% ເຊິ່ງເຮັດໃຫ້ເສດຖະກິດແຫ່ງຊາດຂອງຈີນ ຮັກສາທ່າອ່ຽງເພີ່ມຂຶ້ນ.