ການຜະລິດລົດຍົນຂອງຈີນເພີ່ມຂຶ້ນ 6,4% ໃນໄຕມາດທຳອິດ

15

ຂ່າວຊີອາໄອລາຍງານວ່າ: ສະມາຄົມອຸດສາຫະກຳລົດຍົນຈີນ ແຈ້ງໃຫ້ຮູ້ວ່າ ນັບແຕ່ເດືອນມັງກອນ ຫາ ເດືອນມີນາປີນີ້ ປະລິມານການຜະລິດລົດຍົນຂອງຈີນໄດ້ບັນລຸເຖິງ 6.606.000 ຄັນ ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023ຜ່ານມາ, ຂະນະທີ່ປະລິມານການຈຳໜ່າຍບັນລຸເຖິງ 6.720.000 ຄັນ ເພີ່ມຂຶ້ນ  10,6%.

อาจเป็นรูปภาพของ 2 คน, รถยนต์ และ ข้อความ

ອີງຕາມຂໍ້ມູນສະຖິຕິຂອງສະມາຄົມອຸດສາຫະກຳລົດຍົນຈີນສະແດງໃຫ້ເຫັນວ່າ: ປະລິມານການຜະລິດ ແລະ ຈຳໜ່າຍລົດພະລັງງານໃໝ່ຂອງຈີນໄດ້ສືບຕໍ່ມີທ່ວງທ່າເພີ່ມຂຶ້ນຢ່າງວ່ອງໄວ. ນັບແຕ່ເດືອນມັງກອນ ຫາ ເດືອນມີນາປີນີ້ ປະລິມານການຜະລິດລົດພະລັງງານໃໝ່ບັນລຸເຖິງ 2.115.000 ຄັນ ເພີ່ມຂຶ້ນ 28,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ, ຂະນະທີ່ປະລິມານການຈຳໜ່າຍບັນລຸເຖິງ 2.090.000 ຄັນ ເພີ່ມຂຶ້ນ 31,8% ຊຶ່ງຄອງຕະຫຼາດເຖິງ 31,1%.

ນັບແຕ່ເດືອນມັງກອນ ຫາ ເດືອນມີນາປີນີ້ ຈີນໄດ້ສົ່ງອອກລົດຍົນ 1.324.000 ຄັນ ເພີ່ມຂຶ້ນ 33,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ, ໃນນີ້ ສົ່ງອອກລົດພະລັງງານໃໝ່ເຖິງ 307.000 ຄັນ ເພີ່ມຂຶ້ນ 23,8%.