​ໄອເອັມເອັຟ ກ່າວເຕືອນການເຕີບໂຕເສດຖະກິດທົ່ວໂລກຢູ່ລະດັບຕ່ຳຈະຍັງແກ່ຍາວ

13

ວັນທີ 10 ເມສາ, ກອງທຶນເງິນຕາສາກົນ ຫລື ໄອເອັມເອັຟ (IMF) ໃຫ້ຮູ້ວ່າ ການເຕີບໂຕເສດຖະກິດທົ່ວໂລກ ຈະຢູ່ໃນລະດັບ 2,8% ໃນປີ 2030 ຕ່ຳກວ່າ 1% ເມື່ອທຽບໃສ່ລະດັບສະເລ່ຍໃນປະຫວັດສາດ, ຖ້າຫາກວ່າບັນດາປະເທດບໍ່ດຳເນີນການປະຕິຮູບຄັ້ງໃຫຍ່ ເພື່ອຊຸກຍູ້ສະມັດຕະພາບ ແລະ ເຕັກໂນໂລຊີ ເຊັ່ນປັນຍາປະດິດ (AI).

ไม่มีคำอธิบายรูปภาพ

ຄາດວ່າ, ໃນບົດລາຍງານແງ່ຫວັງເສດຖະກິດໂລກ (WEO) ປະກາດໃນວັນທີ 16 ເມສາ ຈະມາເຖິງ, IMF ໄດ້ຊີ້ໃຫ້ເຫັນວ່າ ລະດັບ ຄວາມໄວການເຕີບໂຕທົ່ວໂລກສືບຕໍ່ຫຼຸດລົງກວ່າອີກ ພາຍຫຼັງກຳລັງແຮງການເຕີບໂຕຊ້າລົງເລື້ອຍໆ ນັບແຕ່ວິກິດການດ້ານການເງິນທົ່ວໂລກ ປີ 2008 – 2009. IMF ໃຫ້ຂໍ້ສັງເກດວ່າ ຖ້າບໍ່ມີບັນດາບາດກ້າວເດີນຢ່າງກະໂດດຂັ້ນ ແນໃສ່ຍົກສູງສະມັດຖະພາບນັ້ນ, ການເຕີບໂຕເສດຖະກິດທົ່ວໂລກ ຈະຫຼຸດລົງຕ່ຳກວ່າລະດັບສະເລ່ຍໃນປະຫວັດສາດຫຼາຍ.