28 ປີຜ່ານມາ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຫຼາຍກວ່າ 1,9 ລ້ານໜ່ວຍ

18

ນັບແຕ່ 1996 ເຖິງ ເດືອນ ມີນາ 2024 ໄດ້ກວດກູ້ເນື້ອທີ່ດິນທັງໝົດ 87.323 ກວ່າເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຫຼາຍກວ່າ 1,9 ລ້ານໜ່ວຍ. ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ຍັງຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ.

อาจเป็นรูปภาพของ 1 คน, วัด, แท่นบรรยาย และ ข้อความพูดว่า "b 201 ถูกละะมือนิ้น INERT FFE UXOLAOLI 201 B,L พท่สะเบ่ อับสาภิบอ่าด้อยภามส อับสา ด้อย อภามแ้ 8 เมสา 2 INERT FFE SEBLAUEY International Da and istance in"

ຕອນເຊົ້າວັນທີ 8 ເມສາ 2024, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເປັນປະທານງານສະເຫຼີມສະຫຼອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ຄົບຮອບ 19 ປີ ມີບັນດາ ຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ, ທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີສະເຫລີມສະຫລອງ ວັນສາກົນວ່າດ້ວຍການສົ່ງເສີມ ຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ໃນປີນີ້ແມ່ນພາຍໃຕ້ຄຳຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ (Protecting Lives. Building Peace)”. ວັນສາກົນນີ້ເປັນວັນທີ່ມີຄວາມໝາຍຄວາມສຳຄັນ ສຳລັບວົງຄະນາຍາດສາກົນ ລວມທັງ ສປປ ລາວ. ຈຸດປະສົງຕົ້ນຕໍຂອງງານ ນອກຈາກຈະເພື່ອລະນຶກເຖິງຜົນກະທົບອັນໂຫດຮ້າຍ ແລະ ຍາວນານຂອງລະເບີດບໍ່ທັນແຕກແລ້ວ ມັນຍັງເປັນການສະແດງໃຫ້ເຫັນເຖິງຄວາມເຫັນອົກເຫັນໃຈຕໍ່ຜູ້ຖືກເຄາະຮ້າຍ ແລະ ປະຊາຊົນທີ່ຍັງດຳລົງຊີວິດແບບສ່ຽງໄພກັບລະເບີດບໍ່ທັນແຕກໃນແຕ່ລະວັນ; ເພື່ອຮຽກຮ້ອງໃຫ້ມີການເພີ່ມຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວນີ້ ເພື່ອປົກປ້ອງຊີວິດ ແລະ ປົກປ້ອງການດຳລົງຊີວິດທີ່ຜາສຸກຂອງປະຊາຊົນລາວ ພ້ອມທັງເປັນການປູກຈິດສຳນຶກໃຫ້ທົ່ວສັງຄົມ ໃຫ້ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ.

อาจเป็นรูปภาพของ 5 คน และ ข้อความ

ໃນຊຸມປີຜ່ານມາ 50 % ຂອງຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແມ່ນເດັກນ້ອຍ ໂດຍສະເພາະ ໃນຕົ້ນອາທິດຂອງ ປີ 2024 ນີ້ ໄດ້ເກີດມີອຸບັດເຫດ ຈາກລະເບີດບໍ່ທັນແຕກຈຳນວນ 10 ຄັ້ງ, ມີຜູ້ຖືກເຄາະຮ້າຍຈຳນວນ 21 ຄົນ ໃນນັ້ນເປັນເດັກນ້ອຍ ຈໍຳນວນ 12 ຄົນ ຊຶ່ງມີອາຍຸລະຫວ່າງ 5 ປີ – 16 ປີ ເຊິ່ງສິ່ງທີ່ເກີດຂື້ນນັ້ນເປັນເລື່ອງທີ່ໜ້າໂສກເສົ້າເສຍໃຈທີ່ສຸດສຳລັບ ສປປ ລາວ.

ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ III” ໄລຍະປີ 2021-2030 ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021 – 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ.

ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງໄດ້ຖືກເກັບກູ້ອອກຈາກພື້ນທີ່ ເຊີ່ງເຮັດໃຫ້ການນໍາໃຊ້ທີ່ດີນມີຄວາມປອດໄພສໍາລັບເນື້ອທີ່ກະສິກໍາ ແລະ ເນື້ອທີ່ພັດທະນາ, ນັບແຕ່ 1996 ເຖິງ 26 ມີນາ 2024 ໄດ້ກວດກູ້ເນື້ອທີ່ດິນທັງໜົດ 87.323 ກ່ວາເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1,915,780 ກວ່າໜ່ວຍ. ສໍາລັບວຽກງານການໂຄສະນາສຶກສາ ຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄສະນາໄດ້ຈໍານວນ 4.231 ກວ່າບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແຕ່ປີ 2015 ຫາ ປີ 2024 ຈໍານວນ 2.846 ກວ່າຄົນ; ການສຳຫຼວດບໍ່ແມ່ນວິຊາການ ແຕ່ປີ 2011 ຫາປີ 2024 ຈໍານວນ  2.872 ກວ່າບ້ານ; ການສຳຫຼວດທາງດ້ານວິຊາການ ແຕ່ປີ 2010 ຫາ ປີ 2024 ຈໍານວນ 1.877 ກວ່າບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ແຕ່ປີ 2010 – 2024 ຈໍານວນ 200.589 ກວ່າເຮັກຕາ.

ບັນດາຜົນສໍາເລັດ ທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງ ລັດຖະບານ ທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນດ້ານທຶນຮອນ, ເຕັກນິກ ແລະ ວິຊາການ ຈາກ ພາຍໃນ ແລະ. ແຕ່ເຖິງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ຍັງຕ້ອງການສະໜັບສະໜູນຈາກສາກົນ ເພື່ອເລ່ງລັດການແກ້ໄຂບັນຫາດັ່ງກ່າວ.

ພິທີສະເຫຼີມສະຫຼອງຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກ ປະເທດອຽກລັງ ແລະ ອົງການກອຍກາ ປະຈຳ ສປປ ລາວ ໂດຍຜ່ານອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ.