ປ້ອງກັນຕົນເອງຈາກຝຸ່ນ PM2.5

54

ໄລຍະນີ້ອາກາດບ້ານເຮົາເຕັມໄປດ້ວຍມົນລະພິດທາງອາກາດຄືຝຸ່ນ PM 2.5 ເຊິ່ງປະເທດລາວເຮົາກໍເປັນອີກປະເທດທີ່ມີຄ່າມົນລະພິດທາງອາກາດທີ່ສູງເປັນອັນດັບຕົ້ນໆຂອງໂລກເຊັ່ນກັນ ເມື່ອສົມທຽບກັບປະເທດເພື່ອນບ້ານ. ຝຸ່ນ PM2.5 ຫຍໍ້ມາຈາກ Particulate Matters ມີຂະໜາດອະນຸພາກນ້ອຍຫຼາຍ, ນ້ອຍກວ່າ 2.5 microns ຫຼື micrometer. ດັ່ງນັ້ນພວກເຮົາຈຶ່ງບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້, ແຕ່ຖ້າຝຸ່ນນີ້ຢູ່ໃນອາກາດປະລິມານສູງຫຼາຍ ຫຼື ສູງເກີນກວ່າກຳນົດ, ຈະເບິ່ງເຫັນວ່າຄືວ່າມີໝອກປົກຄຸມໃນທ້ອງຟ້າ, ອາກາດ.

อาจเป็นรูปภาพของ 2 คน และ อนุสาวรีย์

ສາເຫດສ່ວນໃຫຍ່ແມ່ນມາຈາກການເຜົາໄໝ້ຈາກທໍ່ໄອເສຍຂອງຍານພາຫະນະ ຫຼື ເຄື່ອງຈັກຕ່າງໆ, ຄວັນຢາສູບ, ການເຜົາໄໝ້ສິ່ງເສດເຫຼືອຈົນກາຍເປັນຊີວະມວນໃນອາກາດ, ການຈູດປ່າເຮັດໄຮ່ ຫຼື ການເຜົາໄໝ້ເຊື້ອໄຟປ່ອຍຄວັນມົນລະພິດໃນໂຮງຈັກ, ໂຮງງານ ແລະ ອື່ນໆ.

ຝຸ່ນ PM 2.5 ມີຂະຫນາດນ້ອຍຫຼາຍ, ສາມາດລອດຜ່ານການຫາຍໃຈເອົາອົກຊີເຈນ (Oxygen) ຂອງຄົນເຮົາ, ຜ່ານການກັ່ນຕອງຂອງຜົ້ງດັງ(Nasal) ໄປຫາຫຼອດປອດ (Bronchi) ຈົນລົງໄປຫາຖົງລົມປອດ (Alveolar) ແລະ ຈະຊຶມຜ່ານເຂົ້າສູ່ກະແສເລືອດ. ເຮັດໃຫ້ເກີດຜົນກະທົບທາງລົບຕໍ່ຮ່າງກາຍເຮົາໂດຍກົງ.

ຝຸ່ນ PM2.5 ມີຜົນກະທົບຕໍ່ຮ່າງກາຍຄົນເຮົາຄື: ໃນມື້ທີ່ອາກາດບໍ່ດີມີຝຸ່ນນີ້ປະລິມານຫຼາຍຄົງປະຕິເສດບໍ່ໄດ້ວ່າຮ່າງກາຍແຕ່ລະຄົນຈະມີປະຕິກິລິຍາແນວໃດຕໍ່ສິ່ງແປກປອມມາກະທົບລະບົບຫາຍໃຈເຮົາ.

อาจเป็นรูปภาพของ การตรวจเอกซ์เรย์

ອາການທີ່ເກີດຈາກຝຸ່ນ pm2,5 ມີ: ແສບຕາ, ແສບດັງ, ບາງຄັ້ງມີເລືອດດັງອອກ, ເຈັບຄໍ, ໄອ, ບາງຄັ້ງມີເສມຫະ,ຫາຍໃຈຝືດ, ຮູ້ສຶກແໜ້ນໜ້າເອິກ, ຜື່ນແພ້ຕາມຜິວໜັງ, ບຸກຄົນທີ່ມີຄວາມສ່ຽງໄດ້ແກ່ບຸກຄົນທີ່ມີພະຍາດປະຈຳຕົວທາງດ້ານລະບົບຫາຍໃຈ ເຊັ່ນ: ພະຍາດພູມແພ້ (Allergy), ຫອບຫືດ (Asthma), ພະຍາດຫຼອດປອດອັດຕັນຊຳເຮື້ອ (COPD), ພະຍາດຖົງລົມປ່ອງໂພງ (Emphysema), ພະຍາດນິ້ວສາມາດກໍາເລິບໄດ້ງ່າຍຖ້າມີການກະຕຸ້ນຂອງຊີວະມວນອາກາດທີ່ເປັນມົນລະພິດ.

ນອກຈາກນີ້, ການສູບດົມເອົາຝຸ່ນມົນລະພິດ PM2.5 ເປັນເວລາດົນນານ, ສາມາດເຮັດໃຫ້ເປັນພະຍາດມະເຮັງປອດ (Lung Cancer) ແລະ ພະຍາດທາງລະບົບຫົວໃຈເສັ້ນເລືອດ (Cardiovascular) ໄດ້ອີກ.

ສະນັ້ນ, ຈຶ່ງແນະນໍາໃຫ້ທຸກຄົນຈົ່ງຮັກສາສຸຂະພາບຕົວເອງໃນໄລຍະທີ່ມີຄວັນມົນລະພິດທາງອາກາດເຊັ່ນນີ້ ໂດຍການ: ໃສ່ຜ້າອັດປາກ N95 ເມື່ອອອກໄປເຮັດກິດຈະກຳນອກບ້ານ, ງົດກິດຈະກຳກາງແຈ້ງຖ້າບໍ່ຈຳເປັນ, ໝັ່ນໃສ່ເສື້ອແຂນຍາວ ເພື່ອປົກຫຸ້ມຮ່າງກາຍ ເພື່ອປ້ອງກັນການເກີດຜື່ນແພ້ຜິວໜັງຂອງທ່ານ.

ພ້ອມກັນນີ້, ຍັງຕ້ອງໝັ່ນອອກກຳລັງກາຍ, ກິນອາຫານທີ່ມີທາດບຳລຸງໃຫ້ຄົບ 5 ໝູ່, ໝາກໄມ້ທີ່ມີສານຕ້ານອະນຸມູນອິດສະຫຼະ (Antioxidant) ຫຼື ກິນ Vitamin C ກໍໄດ້, ໝັ່ນດື່ມນ້ຳຢູ່ຕະຫຼອດ ເພາະນ້ຳດື່ມບໍລິສຸດຊ່ວຍຂັບສານພິດອອກຈາກຮ່າງກາຍໄດ້.

ຂໍ້ມູນຈາກ: Dr. Nitisack SYSANA Pulmonologist