ລາວ – ຫວຽດນາມ ເຊັນສັນຍາການຄ້າຍູ້ໜູນມູນຄ່າການຄ້າສອງຝ່າຍໃຫ້ສູງຂຶ້ນ

41

ພິທີລົງນາມສັນຍາການຄ້າ ສະບັບປັບປຸງ ລະຫວ່າງລາວ ກັບ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 8 ເມສາ 2024 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສປປລາວ ກັບ ທ່ານ ຫງວຽນ ຫົ່ງ ຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສສຫວຽດນາມ; ມີບັນດາ ຮອງລັດຖະມົນຕີ, ຄະນະຜູ້ແທນ, ບັນດາຫົວໜ້າກົມ ຂອງທັງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 6 คน และ ข้อความ

ການລົງນາມສັນຍາດັ່ງກ່າວນີ້ຈະເປັນເຄື່ອງມືສໍາຄັນ ໃນການເຄື່ອນໄຫວວຽກງານການຮ່ວມມືດ້ານການຄ້າ ແລະ ອຸດສາຫະກໍາເພື່ອບັນລຸເປົ້າໝາຍການເພີ່ມບໍລິມາດການຄ້າທີ່ທັງສອງລັດຖະບານໄດ້ຕົກລົງກັນໄວ້.

ໃນງານຄັ້ງນີ້ ຍັງມີການພົບປະ ແລະ ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດແຜນການຮ່ວມມື ຂອງສອງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ປະຈຳປີ 2024 ໃນວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ຕື່ມອີກ. ສອງຝ່າຍ ໄດ້ປຶກສາຫາລື ຢ່າງກົງໄປກົງມາ ເພື່ອພ້ອມກັນຊອກຫາວິທີ ແລະ ກົນໄກທີ່ເໝາະສົມ ໃນການຈັດຕັ້ງຜັນຂະຫຍາຍແຜນຮ່ວມມື ປະຈຳປີ 2024 ຊຶ່ງໄດ້ປຶກສາຫາລືກັນ ໃນວຽກບູລິມະສິດ ແລະ ວຽກງານສຳຄັນຈຳນວນໜຶ່ງດັ່ງນີ້:

อาจเป็นรูปภาพของ 5 คน และ ข้อความพูดว่า "BOCÔNG BO CONGT THE THƯONG BOCONGTHLON ONG NUÓCCHNHCNVIET NƯỚC CHXHON VIET"

ສອງກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍ ເພື່ອບັນລຸເປົ້າໝາຍການເພີ່ມມູນຄ່າການຄ້າສອງຝ່າຍ ໃຫ້ບັນລຸ 10-15% ຕໍ່ປີ ທີ່ລັດຖະບານສອງ ປະເທດໄດ້ກຳນົດ ໃນນັ້ນເນັ້ນໃສ່ບັນດາກຸ່ມວຽກທີ່ເປັນບູລິມະສິດ ເປັນຕົ້ນວຽກງານການເຈລະຈາສັນຍາການຄ້າ, ການຄ້າຕ່າງປະເທດ, ການສົ່ງເສີມການຄ້າ ແລະ ການຜະລິດເພື່ອສົ່ງອອກ ພ້ອມທັງການອຳນວຍຄວາມສະດວກທາງດ້ານການຄ້າ, ການພົບປະ ແລະ ແລກປ່ຽນທັງພາກລັດ-ພາກທຸລະກິດ ແລະ ບັນດາແຜນງານຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍທີ່ໄດ້ກຳນົດໄວ້.

ການເຈລະຈາທາງດ້ານການຄ້າ ແມ່ນໄດ້ປຶກສາຫາລືກ່ຽວກັບກົນໄກການປະສານງານ ເພື່ອຜັນຂະຫຍາຍສັນຍາການຄ້າ ລາວ-ຫວຽດນາມ    (ສະບັບປັບປຸງ) ທີ່ໄດ້ລົງນາມໃນຕອນເຊົ້າ ຂອງວັນທີ 8 ເມສາ 2024 ແລະ ການປັບປຸງຂໍ້ຕົກລົງຮ່າໂນ້ຍ 2007 ວ່າດ້ວຍການສ້າງເງື່ອນໄຂຄົນ, ພາຫະນະ ແລະ ສິນຄ້າຜ່ານແດນ ເພື່ອໃຫ້ສາມາດຮອງຮັບສະພາບການປ່ຽນແປງໃຫມ່ ແລະ ທັນກັບສະພາບຄວາມເປັນຈິງ ໃນການເຄື່ອນໄຫວວຽກງານຂອງ ຂະແໜງ ອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ແລະ ສສ ຫວຽດນາມ. ນອກນີ້ຍັງໄດ້ ປຶກສາຫາລືກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄ້າຊາຍແດນ ແລະ ພື້ນຖານໂຄງລ່າງການຄ້າຊາຍແດນ ລາວ-ຫວຽດນາມ ແລະ ບົດບັນທຶກກ່ຽວກັບການຕ້ານ ແລະ ສະກັດກັ້ນການຄ້າຂາຍນອກລະບົບ (ຄ້າຂາຍເຖື່ອນ) ຕາມຊາຍແດນ.

อาจเป็นรูปภาพของ 13 คน, แท่นบรรยาย และ ข้อความ

ປຶກສາຫາລື ກ່ຽວກັບການຄົ້ນຄວ້າເພື່ອທົດລອງສ້າງເຂດເສດຖະກິດ ແລະ ນິຄົມອຸດສາຫະກຳ ຢູ່ສະຖານທີ່ ທີ່ ເໝາະສົມ ໂດຍສະເພາະ ແຂວງທີ່ມີຊາຍແດນຕິດກັບ ສສ ຫວຽດນາມ

ປຶກສາຫາລື ກ່ຽວກັບການສຶກສາຄວາມເປັນໄປໄດ້ໃນການສ້າງໂຄງການຕົວແບບ ໃນຂົງເຂດອຸດສາຫະກຳປຸງແຕ່ງທີ່ມີທ່າແຮງ ເຊິ່ງໄລຍະຜ່ານມາກໍ່ໄດ້ມີການປຶກສາ ກັບພາກທຸລະກິດ ເພື່ອຄົ້ນຄວ້າ ຄວາມເປັນໄປໄດ້ໃນການສ້າງບັນດາໂຄງການຕົວແບບດັ່ງກ່າວ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ລົງເລິກຊ່ວຍກ່ຽວກັບນະໂຍບາຍສົ່ງເສີມ ແລະ ການປະຕິບັດຕາມການຕົກລົງໃນຂອບອາຊຽນ.

ປຶກສາຫາລື ກ່ຽວກັບການຄົ້ນຄວ້າເພື່ອກຳນົດຈຸດ ແລະ ສ້າງສາງນໍ້າມັນທີ່ເໝາະສົມ ຢູ່ ສປປ ລາວ ເພື່ອຮອງຮັບການນຳເຂົ້ານ້ຳມັນຈາກ ສສ ຫວຽດນາມ; ປຶກສາຫາລື ກ່ຽວກັບການຮ່ວມມື ແລະ ພັດທະນາວຽກງານການຄ້າ ເອເລັກໂຕຼນິກ ເຊິ່ງເປັນວຽກງານທີ່ສຳຄັນໃນຍຸກເສດຖະກິດ ດີຈີຕອນ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ ສປປລາວ ກ່າວວ່າ: ໂດຍອີງຕາມການຈັດຕັ້ງປະຕິບັດຂໍ້ຕົກລົງຂອງສອງກົມການເມືອງສູນກາງພັກ ກ່ຽວກັບ ການເພີ່ມທະວີບໍລິມາດການຄ້າ ລະຫວ່າງສອງປະເທດ ໃຫ້ໄດ້ 10-15%/ປີ. ສະນັ້ນ ໃຫ້ສອງກະຊວງ ອຄ ລາວ-ຫວຽດ ເປັນເຈົ້າການໃນການສົມທົບກັນຄົ້ນຄວ້າ ເພື່ອບັນລຸຜົນການຕົກລົງດັ່ງກ່າວ ໂດຍສະເພາະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າຕາມຊາຍແດນ, ການສົ່ງເສີມພາກທຸລະກິດ, ການນຳໃຊ້ບັນດາທ່າແຮງຂອງສອງປະເທດ ເພື່ອສົ່ງເສີມອຸດສາຫະກຳ ແລະ ການຄ້າ ເຊິ່ງກັນ ແລະ ກັນ.

ທ່ານ ຫງວຽນ ຫົ່ງ ຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສສຫວຽດນາມ ກ່າວວ່າ: ພາຍຫຼັງທີ່ໄດ້ລົງນາມ ແລະ ຈັດຕັ້ງປະຕິບັດສັນຍາ ຈະເປັນການປະກອບສ່ວນແກ້ໄຂບັນດາບັນຫາທີ່ເກີດຂຶ້ນພາຍຫຼັງ ທີ່ຈັດຕັ້ງປະຕິບັດສັນຍາການຄ້າລາວ-ຫວຽດນາມສະບັບປີ 2015 ໃນໄລຍະໃດໜຶ່ງ; ສືບຕໍ່ສ້າງໃຫ້ສໍາເລັດສົມບູນຂອບກົດໝາຍໃຫ້ແກ່ການເຄື່ອນໄຫວການຄ້າລາວ-ຫວຽດນາມ; ພິເສດແມ່ນການທົບທວນຄືນ ແລະ ນໍາເອົາບັນດາສິດທິພິເສດດ້ານອັດຕາພາສີອາກອນ, ພາສີນໍາເຂົ້າ, ການຫຼຸດຜ່ອນອັດຕາພາສີຂອງລາວ ແລະ ຫວຽດນາມໃນອາຊຽນ ຈະເປັນການສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວສົ່ງອອກ-ນໍາເຂົ້າສິນຄ້າ, ປະກອບສ່ວນຊຸກຍູ້ການພົວພັນການຄ້າ ລາວ-ຫວຽດນາມຂຶ້ນຕື່ມ.

ນອກຈາກພິທີລົງນາມເຊັນສັນຍາການຄ້າລາວ-ຫວຽດນາມແລ້ວ ຍັງມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະ ຫວ່າງ ກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປລາວ  ກັບ ກົມໃຫຍ່ ຄຸ້ມຄອງຕະຫຼາດ ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ;  ລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກຸ່ມບໍລິສັດພອນສັກ, ສະຖາບັນ NARIME ແລະ ບໍລິສັດ GP Holdings).