ຫຼວງພະບາງ ຮັບປະກັນການສະໜອງຊີ້ນໃນໄລຍະບຸນປີໃໝ່ລາວ

28

ໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວປີ 2024, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ໄດ້ເອົາໃຈໃສ່ໃນການສະໜອງສິນຄ້າໂດຍສະເພາະແມ່ນສິນຄ້າປະເພດຊີ້ນໃຫ້ພຽງພໍກັບການບໍລິໂພກ.

ທ່ານ ສົມຊື່ນ ໄຊເກີຢາຈົງຕົວ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ໃຫ້ສໍາພາດວ່າ: ໃນໂອກາດບຸນປີໃໝ່ລາວ ຄຽງຄູ່ກັບການເປີດປີທ່ອງທ່ຽວລາວ ຢູ່ນະຄອນຫຼວງພະບາງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ປຶກສາຫາລືກັບຜູ້ປະກອບການ ແລະ ຊາວຄ້າຂາຍ ເລື່ອງຄວາມສາມາດໃນການສະໜອງສິນຄ້າ ໂດຍສະເພາະແມ່ນສິນຄ້າປະເພດຊີ້ນຮັບປະກັນວ່າຄວາມສາມາດຕອບສະໜອງພຽງພໍໃນໄລຍະບຸນປີໃໝ່ ແລະ ຄາດການວ່ານັກທ່ອງທ່ຽວຈະເພີ່ມຂຶ້ນ ຈາກປົກກະຕິ ແລະພາກສ່ວນແມ່ຄ້າຊາວຂາຍກໍເຫັນດີເຫັນພ້ອມ.

ຖ້າຫາກການສະໜອງຊີ້ນບໍ່ພຽງພໍ ກໍຈະນໍາເຂົ້າຈາກບັນດາແຂວງອ້ອມຂ້າງຕື່ມ ແຕ່ຜ່ານການປຶກສາຫາລືເຫັນວ່າສາມາດສະໜອງພຽງພໍແນ່ນອນ ເຊິ່ງໄດ້ຕົກລົງເປັນເອກະພາບກັນລະຫວ່າງຜູ້ສະໜອງ ແລະ ຜູ້ຂາຍເປັນທີ່ຮຽບຮ້ອຍ.

ນອກຈາກນັ້ນ, ກໍໄດ້ເອົາໃຈໃສ່ເລື່ອງການຄຸ້ມຄອງລາຄາສິນຄ້າ ທັງເຄື່ອງບໍລິໂພກ ແລະອຸປະໂພກ ໂດຍການອອກແຈ້ງການເຖິງບັນດາຜູ້ປະກອບການ, ພໍ່ຄ້າຊາວຂາຍໃນທົ່ວແຂວງ ໂດຍສະເພາະນະຄອນຫຼວງພະບາງ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດບໍ່ໃຫ້ຂຶ້ນລາຄາສິນຄ້າຕາມລຳພັງໃຈ ແລະບໍ່ໃຫ້ມີການເກງກຳໄລ.

ສຳລັບເລື່ອງລາຄາອາດຈະມີການເໜັງຕີງເລັກນ້ອຍ ແຕ່ພວກເຮົາຈະພະຍາຍາມຄວບຄຸມໃຫ້ດີທີ່ສຸດ.

ໃນໂອກາດບຸນປີໃໝ່ນີ້ທັງເປັນການເປີດປີທ່ອງທ່ຽວລາວຢູ່ແຂວງຫຼວງພະບາງຢ່າງເປັນທາງການ ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ເປັນອະນຸກຳມະການໃນການຈັດງານຕະຫຼາດນັດ ໂດຍສັງລວມເຫັນວ່າມີຜູ້ປະກອບການເຂົ້າຮ່ວມວາງສະແດງສິນຄ້າໃນປີທ່ອງທ່ຽວລາວຈຳນວນ 57 ຫ້ອງ ມີທັງຜູ້ປະກອບການພາຍໃນນະຄອນຫຼວງພະບາງ, ມາຈາກ 11 ເມືອງ 1 ນະຄອນ. ນອກຈາກນີ້ຍັງມີຜູ້ປະກອບການທີ່ມາຈາກປະເທດເພື່ອນບ້ານເຊັ່ນ: ສປຈີນ, ສສ ຫວຽດນາມ ແລະ ຍັງຈະມີການສະໝັກເຂົ້າມາເລື້ອຍໆເພື່ອວາງສະແດງສິນຄ້າ.