ລາຄານໍ້າມັນດິບ ປັບລົງເລັກໜ້ອຍ

25

ລາຄານໍ້າມັນຕະຫຼາດອາຊີ ຊື້-ຂາຍໃນຊ່ວງເຊົ້າວັນຈັນທີ 8 ເມສາ ຫຼຸດລົງ1% ເນື່ອງຈາກຄວາມເຄັ່ງຕຶງຢູ່ຕາເວັນອອກກາງເລີ່ມຜ່ອນຄາຍລົງ ໂດຍອິດສະລາແອນ ຖອນທະຫານອອກຈາກທາງຕອນໃຕ້ຂອງກາຊາເພີ່ມ ແລະ ຮັບປາກເຈລະຈາຢຸດຍິງຮອບໃໝ່.

ສັນຍາລາຄານໍ້າມັນດິບເວັດເທັກຊັດ ຫຼຸດລົງ90ເຊັນມາຢູ່ທີ່ 86,01ໂດລາສະຫະລັດຕໍ່ບາເຣລ, ສ່ວນນໍ້າມັນດິບເບຣນ ຫຼຸດລົງ 94 ເຊັນ ມາຢູ່ທີ່90,23ໂດລາສະຫະລັດຕໍ່ບາເຣລ.

ອິດສະລາແອນ ແລະ ຮາມາສ ສົ່ງທີມໄປເອຢິບ ເພື່ອເຈລະຈາຮອບໃໝ່ ເຖິງ ຄວາມເປັນໄປໄດ້ຂອງການຢຸດຍິງໃນເທສະກາວັນອິດ ຊ່ວຍບັນເທົາຄວາມເຄັງຕຶງໃນຕາເວັນອອກາງທີ່ດັນລາຄານໍ້າມັນດິບຂຶ້ນໄປເຖິງ 4% ໃນອາທິດຜ່ານມາ.