ເສດຖະກິດຫວຽດນາມ ຈະຟື້ນຟູເປັນຢ່າງດີໃນໄລຍະ 6 ເດືອນທ້າຍປີ

25

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ທະນາຄານ HSBC ແລະ UOB ໄດ້ອອກບົດລາຍງານຫຼ້າສຸດ ໂດຍປະກາດວ່າຍັງຮັກສາລະດັບຄາດຄະເນອັດຕາການເຕີບໂຕຂອງ ຫວຽດນາມ ໃນປີ 2024 ແມ່ນ 6%.

อาจเป็นรูปภาพของ ตึกระฟ้า และ ถนน

ການກະທຳດັ່ງກ່າວໄດ້ມີຂຶ້ນ ພາຍຫຼັງທີ່ກົມໃຫຍ່ສະຖິຕິຫວຽດນາມ ປະກາດວ່າ GDP ໄຕມາດທີ I ເຕີບໂຕໃນລະດັບ 5,66% ແມ່ນໝາກຜົນຂອງໄຕມາດ 1 ທີ່ດີທີ່ສຸດຂອງໄລຍະແຕ່ປີ 2020 – 2023. ແຕ່ເຖິງຢ່າງໃດກໍຕາມ ທະນາຄານ HSBC ໄດ້ມີການດັດປັບລະດັບຄາດຄະເນອັດຕາການເຕີບໂຕຕາມແຕ່ລະໄຕມາດ. ສຳລັບໄຕມາດທີ 2 ແລະ ທີ 3 ແມ່ນຕ່ຳກວ່າລະດັບທີ່ໄດ້ຄາດຄະເນກ່ອນໜ້ານັ້ນ ແຕ່ຍົກແງ່ຫວັງໃຫ້ແກ່ໄຕມາດທີ 4 ເຊິ່ງສ່ອງແສງໃຫ້ເຫັນຄວາມຫວັງຂອງການຟື້ນຟູ ຈະເພີ່ມຂຶ້ນໃນ 6 ເດືອນທ້າຍປີ. ທະນາຄານ HSBC ຖືວ່າ ຫວຽດນາມ ພວມໄປຖືກທິດ ເພື່ອເຫັນປະຈັກຕາແງ່ຫວັງການເຕີບໂຕທີ່ດີກວ່າໃນປີນີ້ ເຖິງວ່າຈະຕ້ອງມີເວລາເພື່ອຟື້ນຟູຢ່າງກວ້າງຂວາງ.

ໃນຂະນະນັ້ນ, ທະນາຄານ UOB ຄາດຄະເນວ່າ “ແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນປີ 2024 ນີ້ ມີຄວາມຕັ້ງໜ້າ; ການຜະລິດຮັບໃຊ້ການສົ່ງອອກຂອງ ຫວຽດນາມ ພວມເພີ່ມຂຶ້ນ, ໄປຄຽງຄູ່ກັບແງ່ຫວັງໄລຍະຍາວຂອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI).