ແຂວງວຽງຈັນ ຈະສູ້ຊົນການສົ່ງອອກໃຫ້ເພີ່ມຂຶ້ນ 15%

18

ປີ 2022 ແຂວງວຽງຈັນ ຈະສູ້ຊົນສົ່ງອອກໃຫ້ເພີ່ມຂຶ້ນຈາກປີຜ່ານມາ 15% ເປັນມູນຄ່າ25,8ລ້ານໂດລາສະຫະລັດ;ສູ້ຊົນເຮັດໃຫ້ຜະລິດຕະພັນອຸດສາຫະກໍາ ເພີ່ມຂຶ້ນ 12-13%.

ທ່ານ ຄໍາເພັດ ທອງພາລິດ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ວຽງຈັນ ເຜີຍຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມ ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ທີ່ຈັດຂຶ້ນລະຫວ່າງ ວັນທີ 4-5 ເມສາ 2024 ນີ້ວ່າ: ໃນປີ 2024 ແຂວງ ວຽງຈັນ ຕັ້ງເປົ້າການຂະຫຍາຍຕົວເສດຖະກິດ ໂດຍຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢ່າງຕໍ່າບໍ່ໃຫ້ຫຼຸດໃນລະດັບ 5,4% ຄິດເປັນມູນຄ່າ 11.189 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ປະມານ 1.191 ໂດລາສະຫະລັດ ຫຼື 22,87 ລ້ານກີບ/ຄົນ.

ໃນນັ້ນ, ໄດ້ຕັ້ງເປົ້າສູ້ຊົນຫຼາຍດ້ານເພື່ອຂັບເຄື່ອນເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ ເປັນຕົ້ນແມ່ນການນໍາເຂົ້າສິນຄ້າຢູ່ໃນລະດັບບໍ່ເກີນ 13% ຂອງປີຜ່ານມາ ຫຼື ໃຫ້ບັນລຸ 11 ລ້ານໂດລາສະຫະລັດ; ສູ້ຊົນການສົ່ງອອກ ໃຫ້ເພີ່ມຂຶ້ນ 15% ຈາກປີຜ່ານມາ ຫຼື ໃຫ້ບັນລຸ 25,8ລ້ານໂດລາສະຫະລັດ.

ສູ້ຊົນປະຕິບັດ ມູນຄ່າການຂາຍຍ່ອຍ ແລະ ຄ່າບໍລິການ ໃຫ້ເພີ່ມຂຶ້ນຈາກປີຜ່ານມາ 10% ຫຼື ໃຫ້ບັນລຸ 3.416ຕື້ກວ່າກີບ; ສູ້ຊົນເຮັດໃຫ້ຜະລິດຕະພັນອຸດສາຫະກໍາ ເພີ່ມຂຶ້ນ 12-13% ຂອງປີຜ່ານມາ ຫຼື ໃຫ້ບັນລຸ 5.062 ຕື້ກວ່າກີບ; ສູ້ຊົນຊຸກຍູ້ການຂຶ້ນທະບຽນວິສາຫະກິດ ໃຫ້ເພີ່ມຂຶ້ນຈາກປີຜ່ານມາ 5% ຫຼື ໃຫ້ບັນລຸ 1.712 ຫົວໜ່ວຍ ຄາດຄະເນທຶນຈົດທະບຽນທັງໝົດປະມານ 1.013ຕື້ກວ່າກີບ

ທ່ານຮອງຫົວໜ້າພະແນກ ຍັງໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງວຽງຈັນ ມີໂຮງງານອຸດສາຫະກໍາທັງໝົດ 812 ຫົວໜ່ວຍ ມູນຄ່າການລົງທຶນທັງໝົດ 3.879ຕື້ກວ່າກີບ ໂດຍໄດ້ຈັດແບ່ງແຕ່ລະຂະໜາດດັ່ງນີ້:

-ໂຮງງານຂະໜາດໃຫຍ່ ມີຈໍານວນ 21 ຫົວໜ່ວຍ

– ໂຮງງານຂະໜາດກາງ ມີຈໍານວນ 57 ຫົວໜ່ວຍ

– ໂຮງງານຂະໜາດນ້ອຍ ມີຈໍານວນ 167 ຫົວໜ່ວຍ

– ໂຮງງານຂະໜາດຄອບຄົວ ມີຈໍານວນ 567 ຫົວໜ່ວຍ

ຂະແໜງອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ໃນການປະກອບສ່ວນເພື່ອຂັບເຄື່ອນເສດຖະກິດຂອງແຂວງມີ: 1. ການປຸງແຕ່ງຜົນຜະລິດກະສິກໍາເຊັ່ນ: ແປ້ງມັນຕົ້ນ, ຢາງພາລາ, ຢາສູບ, ຫວາຍ, ໄມ້ປ່ອງ…2. ຜົນຜະລິດກະສິກໍາ ເຊັ່ນ: ເຂົ້າ, ໝາກໂມ, ໝາກກ້ວຍ, ມັນຕົ້ນ, ພືດຜັກ, ຢາງພາລາ ແລະ ໝາກໄມ້ຕາມລະດູການ…3. ປຸງແຕ່ງອຸປະກອນກໍ່ສ້າງ ເຊັ່ນ: ຊີມັງ,  ກະເບື້ອງ, ດິນບັອກ…4. ອຸດສາຫະກໍາປຸງແຕ່ງອາຫານ ແລະ ເຄື່ອງດື່ມ ເຊັ່ນ: ປຸງແຕ່ງເກືອ, ກາເຟ, ຜະລິດຕະພັນຈາກປາ…5. ການທ່ອງທ່ຽວ ແລະ ການບໍລິການ; 6. ແຮ່ທາດ ເປັນຕົ້ນ.