ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ” ຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນໃນວັນທີ 5 ເມສາ 2024 ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.
ມີບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ, ພ້ອມດ້ວຍກະຊວງຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວບາງຕອນວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແມ່ນນະໂຍບາຍທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນຕ່າງປະເທດ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂະແໜງຕ່າງໆຂອງ ສປປ ລາວ ຫຼາຍຂຶ້ນ.
ກອງປະຊຸມຄັ້ງນີ້ ຖືວ່າເປັນບາດກ້າວທໍາທິດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ວຽກງານການທູດເສດຖະກິດຂອງລັດຖະບານ ໂດຍມີກະຊວງການຕ່າງປະເທດເປັນໃຈກາງ ເພື່ອເປັນອີກຊ່ອງທາງເລືອກໜຶ່ງ ນອກຈາກກົນໄກການຮ່ວມມືຕ່າງໆທີ່ມີຢູ່ແລ້ວ, ວຽກງານການທູດເສດຖະກິດດັ່ງກ່າວແມ່ນຈະສຸ່ມໃສ່ ການໂຄສະນາເຜີຍແຜ່ ກ່ຽວກັບນະໂຍບາຍການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຜ່ານຊ່ອງທາງການທູດ ເພື່ອໃຫ້ຜູ້ທີ່ມີ ຄວາມສົນໃຈທີ່ຢາກມາລົງທຶນ, ດໍາເນີນທຸລະກິດ ແລະ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ມີ ຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂໍ້ມູນ ແລະ ນະໂຍບາຍ ສົ່ງເສີມຂອງລັດຖະບານ ຕໍ່ວຽກງານດັ່ງກ່າວ ໃຫ້ຫລາຍຂຶ້ນ.
ພ້ອມນີ້ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະກິດ ແມ່ນເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ-ການເງິນ ຂອງຊາດ, ພາກພື້ນ ແລະ ສາກົນ ໂດຍແນ່ໃສ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນ ຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.
ໃນກອງປະຊຸມໄດ້ຮັບຟັງການນຳສະເໜີຂໍ້ມູນ ກ່ຽວກັບທ່າແຮງນະໂຍບາຍສົ່ງເສີມດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງໄດ້ຍົກໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງອຳນວຍ ຄວາມສະດວກ ໃນການດຶງດູດການຄ້າ, ການລົງທຶນ ລວມທັງ ວຽກງານການສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ. ພ້ອມດຽວກັນນັ້ນ ກໍມີບັນດາຜູ້ຕາງໜ້າພາກທຸລະກິດທີ່ໄດ້ປະສົບຜົນສຳເລັດໃນດ້ານການ ຄ້າ-ການລົງທຶນ ຢູ່ ສປປ ລາວ ຂຶ້ນແລກປ່ຽນບົດຮຽນ, ປະສົບການ ແລະ ຜົນສໍາເລັດໃນການດໍາເນີນທຸລະກິດຂອງຕົນ ເພື່ອເປັນການສະໜອງຂໍ້ມູນຕ່າງໆທີ່ເປັນທ່າແຮງຂອງຕົນໃຫ້ແກ່ບັນດາສະຖານທູດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນ ຊ່ວຍຊຸກຍູ້, ໂຄສະນາດຶງດູດການລົງທຶນ ຈາກນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ເພີ່ມຂຶ້ນ.
ໃນຕອນທ້າຍ, ກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາກາລະໂອກາດ ໃນການໝູນໃຊ້ທ່າແຮງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການເຄື່ອນໄຫວວຽກງານການທູດເສດຖະກິດຂອງ ສປປ ລາວ ເຊິ່ງຖືເປັນວຽກບຸລິມະສິດຂອງທຸກຂະແໜງການຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດຮ່ວມກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.