ອຄ ພ້ອມປະຕິບັດ 7 ຂໍ້ສໍາຄັນສູ່ການປັບປຸງໃຫ້ດີຍິ່ງຂຶ້ນ

19

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມປະຕິບັດ 7 ຂໍ້ສໍາຄັນ ສູ່ການປັບປຸງໃຫ້ດີຍິ່ງຂຶ້ນຕາມທິດຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ.

อาจเป็นรูปภาพของ 1 คน และ ข้อความ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວຮັບຄໍາໂອວາດຈາກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວໃນວາລະປິດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ.

ໃນນັ້ນ, ທ່ານລັດຖະມົນຕີ ຢືນຢັນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານ ເຂົ້າໃນການປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ 5 ປີ (2021-2025) ແລະ ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ. ພ້ອມນັ້ນ ກໍຈະນໍາພາວຽກງານຂະແໜງອຸດສາຫະກໍາ ແລະ ການຄ້າໃຫ້ເຕີບໃຫຍ່ເຂັ້ມແຂງຄື:

อาจเป็นรูปภาพของ 2 คน, จักรเย็บผ้า และ ข้อความพูดว่า "ByN TECH APPAREL APP"

  1. ຈະເອົາໃຈໃສ່ການຂຸດຄົ້ນສິນຄ້າທີ່ເປັນທ່າແຮງ, ນໍາໃຊ້ຜົນປະໂຫຍດຈາກການເຊື່ອມໂຍງ-ເຊື່ອມ ຈອດ, ສຸມໃສ່ຄຸ້ມຄອງເສດຖະກິດດ້ວຍກົດໝາຍ ແລະ ມີການດັດສົມຂອງລັດ. ພ້ອມນັ້ນ ກໍຈະຄົ້ນຄວ້ານໍາໃຊ້ນະໂຍບາຍ ແລະ ມາດຕະການສະເພາະໃນການສົ່ງເສີມການຜະລິດ ແລະ ການຄ້າ ຢູ່ເຂດຫ່າງ ໄກ, ຊົນນະບົດ ແລະ ພູດອຍ;
  2. ຈະພ້ອມກັນລົງເລິກຄົ້ນຄວ້າການສ້າງຄວາມເຂັ້ມແຂງໃຫ້ວຽກງານການຄ້າ ໂດຍສະເພາະ ແມ່ນສົ່ງ ເສີມການຄ້າຕິດພັນກັບຕະຫຼາດ; ສືບຕໍ່ຊຸກຍູ້ການພັດທະນາ ແລະ ສົ່ງເສີມການສ້າງມູນຄ່າເພີ່ມຂອງສິນຄ້າລາວ, ມີການປະດິດສ້າງ ແລະ ນະວັດຕະກໍາໃໝ່, ເປັນມິດກັບສິ່ງແວດລ້ອມ ແລະ ມີ ຄວາມຍືນຍົງ;
  3. ຈະສືບຕໍ່ສົ່ງເສີມອຸດສາຫະກໍາປຸງແຕ່ງໃຫ້ເຂັ້ມແຂງ, ມີການເລືອກເຟັ້ນ; ຊຸກຍູ້ຢ່າງແຂງແຮງຕໍ່ອຸດສາຫະກໍາປຸງແຕ່ງກະສິກໍາທີ່ປະເທດເຮົາມີທ່າແຮງ ແລະ ເປັນສິນຄ້າສົ່ງອອກທີ່ສໍາຄັນດ້ວຍການສົ່ງເສີມ ໃຫ້ເກີດຄວາມຫຼາກຫຼາຍຂອງຜະລິດຕະພັນ, ຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ການຂົນສົ່ງ. ພ້ອມສືບຕໍ່ ສົ່ງເສີມລະບົບອຸດສາຫະກໍາແບບຕ່ອງໂສ້ຈາກຕົ້ນນໍ້າເຖິງປາຍນໍ້າ ແລະ ກ້າວສູ່ການເຂົ້າຮ່ວມຕ່ອງໂສ້ ການ ຜະລິດອຸດສາຫະກໍາຂອງພາກພື້ນ ແລະ ສາກົນ.
  4. ຈະສືບຕໍ່ສຸມໃສ່ການພັດທະນາຕະຫຼາດ ແລະ ສົ່ງອອກສິນຄ້າທີ່ເປັນທ່າແຮງ ແລະ ມີ ຄວາມໄດ້ ປຽບສາມາດແຂ່ງຂັນ ແລະ ຍາດແຍ່ງສ່ວນແບ່ງໃນຕະຫຼາດຕ່າງປະເທດປະກອບສ່ວນ ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບເງິນຕາຕ່າງປະເທດ ເພື່ອຄໍ້າປະກັນໃຫ້ເສດຖະກິດມະຫາພາກມີ ຄວາມໝັ້ນຄົງ.
  5. ຈະຕັ້ງໜ້າປະຕິບັດພາລະບົດບາດການຄຸ້ມຄອງມະຫາພາກໃຫ້ມີປະສິດທິພາບສູງຂຶ້ນ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າຍຸດທະສາດ, ການດຸນດ່ຽງຄວາມຕ້ອງການ ແລະ ການສະໜອງສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດ ເປັນຕົ້ນ: ນໍ້າມັນເຊື້ອໄຟ ແລະ ສິນຄ້າບໍລິໂພກ-ອຸປະໂພກ. ສຸມໃສ່ວຽກງານສະຖິຕິ, ການພະຍາກອນດ້ານລາຄາ ແລະ ວິໄຈສະພາບຕະຫຼາດໃຫ້ມີຄວາມຊັດເຈນ ເພື່ອມີມາດຕະການຕອບໂຕ້ທີ່ເໝາະສົມ ແລະ ທັນການແຕ່ລະໄລຍະ.
  6. ຈະເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ ແລະ ສາກົນ ພາຍໃຕ້ຂອບຮ່ວມມືການຄ້າສອງຝ່າຍ ແລະ ຫຼາຍຝ່າຍ ໃນທ່າເປັນເຈົ້າການ; ຍາດແຍ່ງຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດຕໍ່ພາກທຸລະກິດ, ຜູ້ຊົມໃຊ້, ສັງຄົມ ແລະ ປະເທດຊາດ; ຕັ້ງໜ້າເຈລະຈາກັບປະເທດຄູ່ຄ້າໂດຍກົງ ແລະ ຜ່ານທູດເສດຖະກິດການຄ້າ ເພື່ອແກ້ໄຂອຸປະສັກທາງດ້ານການສົ່ງອອກ, ການສ້າງຕ່ອງໂສ້ການສະໜອງກັບພາກພື້ນຜ່ານການດຶງດູດການລົງທຶນ ລວມເຖິງການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກທຸລະກິດ ເພື່ອນໍາໃຊ້ສິດທິພິເສດທາງດ້ານການຄ້າໃຫ້ໄດ້ຫຼາຍທີ່ສຸດ;

7. ພິເສດການຫັນເປັນທັນສະໄໝ ແລະ ການຫັນເປັນເສດຖະກິດດິຈິຕອນ ໂດຍສະເພາະ ຫັນເປັນດີຈີຕອນໃນການບໍລິຫານ ແລະ ບໍລິການສັງຄົມ ເພື່ອຍົກລະດັບການອໍານວຍຄວາມສະດວກໃນການພົວພັນວຽກງານ, ສ້າງ ຄວາມໂປ່ງໃສ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ກັບພາກທຸລະກິດ; ປັບປຸງກົດ ໝາຍ, ລະບຽບການ, ວິທີການ ແລະ ມາດຕະການຕ່າງໆ ເພື່ອສະພາບແວດລ້ອມທີ່ອໍານວຍ ຄວາມສະດວກໃຫ້ພາກທຸລະກິດ.