ທ່ຽວບຸນປີໃໝ່ລາວທີ່ຫຼວງພະບາງ 10 – 20 ເມສາ

48

ບຸນປີໃໝ່ລາວປີນີ້ ນະຄອນຫຼວງພະບາງຈັດເຕັມຮູບແບບ ເລີ່ມແຕ່ 10-20 ເມສາ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ຖະແຫຼງການ ກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2567 ຄສ 2024 ທີ່ນະຄອນຫຼວງພະບາງວ່າ:ປີນີ້ການຈັດງານບຸນປີໃໝ່ລາວ ທີ່ນະຄອນຫຼວງພະບາງ ແມ່ນຈະໄດ້ຈັດໃນລັກສະນະເຕັມຮູບແບບ ເຊິ່ງຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ເຊິ່ງການນໍາຂອງແຂວງໄດ້ຕົກລົງໃຫ້ ນະຄອນ ຫຼວງພະບາງ ສົມທົບກັບ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃນການກະກຽມຈັດງານບຸນໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບແຕ່ລະວຽກງານ, ທັງໄດ້ກະກຽມວຽກງານແຕ່ລະດ້ານ.

อาจเป็นรูปภาพของ 3 คน, วัด, ฝูงชน และ ข้อความ

ສຳລັບລາຍການເຄື່ອນໄຫວບຸນ ໄດ້ກໍານົດເອົາແຕ່ວັນທີ 10 – 20 ເມສາ 2024 ໂດຍມີຫຼາກຫຼາຍກິດຈະກຳ. ລະອຽດັ່ງນີ້:

▶ວັນພຸດ ວັນທີ 10 ເມສາ ( 4 ) 2024

ເວລາ 18:00ໂມງ ເປີດງານຕະຫຼາດນັດ ວາງສະແດງສິນຄ້າທີ່ເດີ່ນທາດຫຼວງ

ເວລາ 19:30ໂມງ ງານປະກວດນາງສັງຂານຢູ່ເວທີໃຫຍ່ (ທີ່ເດີ່ນທາດຫຼວງ )

อาจเป็นรูปภาพของ วัด

▶ວັນພະຫັດ ວັນທີ 11 ເມສາ ( 4 ) 2024

ເວລາ 19:30 ໂມງ ງານປະກວດນາງສັງຂານ ( ຮອບຕັດສິນ ) ຢູ່ເວທີໃຫຍ່ ທີ່ເດີ່ນທາດຫຼວງ

▶ວັນສຸກ ວັນທີ 12 ເມສາ ( 4 ) 2024

ເວລາ 7:00 – 7:30 ໂມງ ພິທີແຫ່ຊ້າງຮຽງເກີຍຢູ່ຂ້າງວັດ  ໃຫມ່ ເບື້ອງເໜືອ ແລະ ເຄື່ອນຂະບວນໄປ ຫນ້າວັດຊຽງທອງ

▶ວັນເສົາ ວັນທີ 13 ເມສາ ( 4 ) 2024 ມື້ສັງຂານລ່ວງ

ເວລາ 6:00ໂມງ ໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ແຕ່ 3 ແຍກບ້ານຈູມຄ້ອງ ຫາ 3 ແຍກພະແນກໂຍທາທິການ.

ເວລາ 9:00ໂມງ ວັດແຫ່ງຕ່າງໆ ອາລາດທະນາອັງເຊີນພະພຸດທະຮູບລົງຫົດສົງ

ເວລາ 13:00ໂມງ ລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເພື່ອເປັນສີລິມຸງຄຸນ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງຈອມເພັດ; ທ່ຽວຊົມ ພະທາດຊາຍ  ໃຫຍ່ ປີທ່ອງທ່ຽວລາວ 2024 ແລະ ຮ່ວມກິດຈະກໍາ ກີລາພື້ນເມືອງ ປະເພດຕ່າງໆ.

▶ວັນອາທິດ ວັນທີ 14 ເມສາ ( 4 ) 2024 ສັງຂານເນົາ ມື້ທີ 1 ( ແຫ່ຫວໍ່ຂຶ້ນ ) ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ.

ເວລາ 8:00 ໂມງ ທ່ຽວຊົມງານບຸນຊົນເຜົ່າລື້ ບ້ານຜານົມ, ຊົມການສະແດງສິລະປະວັນນະຄະດີທີ່ເປັນເອກະລັກຂອງເຜົ່າລື້.

ເວລາ 13:00 ໂມງ ເປີດພິທີແຫ່ຫວໍ່ບຸນປີໃຫມ່ລາວ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຢູ່ຫນ້າຫໍພິພິດທະພັນ.

ຕອນຄໍ່າເວລາ 19:00 ໂມງ ສົງນໍ້າພະ ເພື່ອເປັນສີລິມຸງຄຸນ ຕາມວັດແຫ່ງຕ່າງໆພາຍໃນນະຄອນຫຼວງພະບາງ.

▶ວັນຈັນ ວັນທີ 15 ເມສາ ( 4 ) 2024 ສັງຂານເນົາ ມື້ທີ2

ມ່ວນຊື່ນຫົດນໍ້າອວຍພອນເຊິ່ງກັນ ແລະ ກັນ ຕາມສະຖານທີ່ຕ່າງໆທີ່ມີເງື່ອນໄຂ, ລົງນໍ້າພະເພື່ອເປັນສີລິມຸງຄຸນ ຕາມວັດແຫ່ງຕ່າງໆ ພາຍໃນນະຄອນຫຼວງພະບາງ,

▶ວັນອັງຄານ ວັນທີ 16 ເມສາ ( 4 ) 2024 ມື້ສັງຂານຂຶ້ນປີໃຫມ່

ຕອນເຊົ້າເວລາ 6:00ໂມງການນໍາພັກ-ລັດ ຂັ້ນຕ່າງໆ ທໍາພິທີໃສ່ບາດຢູ່ຫນ້າວັດແສນສຸຂາຣາມ. ປະຊາຊົນບັນດາເຜົ່າ, ແຂກທັງພາຍໃນ ແລະ ຕ່າງປະເທດ ຮ່ວມກັນໃສບາດຕາມສະຖານທີ່ວັດແຫ່ງຕ່າງໆ; ຂຶ້ນບູຊາພະທາດຈອມສີ (ພະທາດສັກສິດມິ່ງບ້ານຂວັນເມືອງຂອງຊາວຫຼວງພະບາງ)

ຕອນບ່າຍ ເວລາ 13:00ໂມງ  ແຫ່ຫວໍ່ລ່ອງ  ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ.

ຕອນຄໍ່າ ເວລາ 19:00ໂມງ ຊົມຂະບວນແຫ່ພະຍານາກ, ໂຄມໄຟ ແຕ່ພະທາດຈອມສີ ລົງມາສູ່ຫນອງເພັງເກດ ໃນຫໍພິພິທະພັນ (ພະລາດຊະວັງເກົ່າ) ແລະ ຊົມການສະແດງຈາກໂຮງລະຄອນພະລັກ-ພະລາມ, ຟ້ອນຍັກ, ຟ້ອນລີງ, ຟ້ອນນາງແກ້ວ…

▶ວັນພຸດ, ວັນທີ 17 ເມສາ ( 4 ) 2024

ຕອນເຊົ້າ ເວລາ 7:00ໂມງ ເຕົ້າໂຮມພະພິຂຸສົງ, ການນໍາ ພັກ-ລັດ, ພາມມະນາຈານ, ຜູ້ຊົງຄຸນວຸດທິ, ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຢູ່ ຫນ້າຫໍພະບາງ ເພື່ອອາລາດທະນາອັງເຊີນພະບາງ ລົງຫົດສົງ ທີ່ ວັດໃຫມ່ ສຸວັນນະພູມມາລາມ.

ຕອນບ່າຍ ເວລາ 13:00ໂມງ  ການນໍາພັກ-ລັດ, ນາງສັງຂານທັງ 7 ໄປສົງນໍ້າພະພຸດທະຮູບ ທີ່ຖໍ້າຕິ່ງ ເມືອງປາກອູ ຕາມຮີດຄອງປະເພນີ.

ຕອນຄໍ່າ ເວລາ 18:00ໂມງ ສືບຕໍ່ສົງນໍ້າພະບາງ ທີ່ວັດໃຫມ່ ສຸວັນນະພູມມາລາມ

▶ວັນພະຫັດ-ວັນສຸກ, ວັນທີ 18-19 ເມສາ (4) 2024

ສືບຕໍ່ສົງນໍ້າພະບາງ ທີ່ວັດ  ໃຫມ່ ສຸວັນນະພູມມາລາມ

ຕອນຄໍ່າ ເວລາ 18:00 ໂມງ ຊົມການສະແດງສິລະປະວັນນະຄະດີ ຈາກໂຮງລະຄອນພະລັກ-ພະລາມ ທີ່ວັດໃຫມ່ສຸວັນນະພູມມາລາມ

▶ວັນເສົາ ທີ 20 ເມສາ ( 4 ) 2024

ຕອນເຊົ້າ ເວລາ 7:00ໂມງ ເຕົ້າໂຮມພະພິຂຸສົງ, ການນໍາ  ພັກ-ລັດ, ພາມມະນາຈານ, ຜູ້ຊົງຄຸນວຸດທິ, ມວນຊົນແຂກທັງພາຍໃນ ແລະ ຕ່າງປະ ເທດ ຢູ່ວັດໃຫມ່ສຸວັນນະພູມມາລາມ ເພື່ອອາລາດຊະນາອັງເຊີນພະບາງ ກັບຄືນມາປະດິດສະຖານໄວ້ຫໍພະບາງ.

ໂອກາດນີ້, ທ່ານໄດ້ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າການທີ່ດີເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເປັນເຈົ້າການໃນການປະກອບສ່ວນທາງດ້ານເຫື່ອແຮງແລະ ວັດຖຸປັດໄຈ ເຂົ້າໃນການຈັດງານບຸນປີໃໝ່ລາວໃນຄັ້ງນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ພ້ອມນີ້ ທ່ານໄດ້ເຊີນຊວນປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ພ້ອມກັນເຂົ້າມາທ່ຽວຊົມຫຼວງພະບາງ ເມືອງມໍລະດົກໂລກ ຮັບຮອງວ່າທ່ານຈະໄດ້ສຳພັດກັບວັດທະນະທໍາ-ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ບູຮານນະການ.