ຂະແໜງອຸດສາຫະກຳສຳເລັດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງ XI ຂອງພັກຕົນ

123

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງ ອຸດສາຫະກຳ ແລະ ການຄ້າ ຂຶ້ນລະຫວ່າງວັນທີ 4-5 ເມສາ 2024. ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ພະນັກງານ, ຕາງໜ້າສະພາການຄ້າ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No description available.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການດຳເນີນກອງປະຊຸມ ບາງຕອນວ່າ: ການສະຫຼຸບການປະກອບຄໍາເຫັນ ຂອງບັນດາຂະແໜງການປະກອບມີ 7 ຫົວຂໍ້ເຊັ່ນ:  1) ການຂຸດຄົ້ນທ່າແຮງບົ່ມຊ້ອນຂອງປະເທດເຮົາ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ການພັດທະນາອຸດສາຫະກຳຢູ່ ສປປ ລາວ; 2) ນະໂຍບາຍ ອາກອນ ເພື່ອສົ່ງເສີມການພັດທະນາອຸດສາຫະກຳ; 3) ນະໂຍບາຍສິນເຊື່ອ ເພື່ອສົ່ງເສີມການຜະລິດ; 4) ການດຸ່ນດ່ຽງສະບຽງອາຫານ; 5) ການຟື້ນຟູເສດຖະກິດຫລັງພະຍາດລະບາດ Covid-19: ສິ່ງທ້າທາຍ ແລະ ນະໂຍບາຍ; 6) ທ່າອ່ຽງຂອງໂລກ ແລະ ຈຸດສຸມການຫັນເປັນດິຈິຕອນ ຂອງ ສປປ ລາວ; 7) ບົດບາດຂອງ ສຄອຊ ໃນການຊຸກຍູ້ການຫັນເປັນອຸດສາຫະກໍາ ແລະ ການສົ່ງເສີມການຄ້າ. ພ້ອມຮັບຟັງການປະກອບຄໍາເຫັນ ຂອງພະແນກອຸດສາຫະກໍາ ເເລະ ການຄ້າ ຂອງນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ເເລະ ແຂວງອຸດົມໄຊ.

No description available.

ຜ່ານການສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນໃນມື້ທຳອິດ ພວກເຮົາສາມາດສະຫລຸບສັງລວມເປັນບົດຮຽນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍ, ມະຕິຄຳສັງ ແລະ ແນວຄິດຊີ້ນໍາ ຂອງພັກ ໄດ້ວ່າ:

1). ມະຕິຂອງພັກ ທີ່ພົວພັນກັບຂະແໜງອຸດສາຫະກໍາ ແລະ ການຄ້າ ໃນໄລຍະຜ່ານມາເປັນຕົ້ນ ການຫັນເປັນອຸດສາຫະກຳ, ການຄ້າເປັນຕ້ອງໂສ້; ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ, ການປະຕິບັດບັນດາໂຄງການ ທີ່ພົວພັນກັບພາລະບົດບາດ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ກຳນົດໃນແຜນດຳເນີນງານສະໄໝທີ XI ລ້ວນແຕ່ແມ່ນ ທິດນໍາທີ່ຖືກຕ້ອງ ທີ່ໄດ້ຜ່ານການຄົ້ນຄວ້າອັນເລິກເຊິ່ງ ທາງດ້ານທິດສະດີ, ໄດ້ຖອດບົດຮຽນ ຈາກພຶດຕິກຳຕົວຈິງ ແລະ ໄດ້ຈັດຕັ້ງປະຕິບັດ ຢ່າງມີໝາກຜົນ;

No description available.

2). ພວກເຮົາຮັບຮູ້ວ່າ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງພັກດັ່ງກ່າວ, ເຖິງຈະມີຜົນສຳເລັດຫລາຍ, ແຕ່ກໍຍັງມີຂໍ້ຄົງຄ້າງ ທີ່ຕ້ອງໄດ້ປັບປຸງແກ້ໄຂ ເປັນຕົ້ນ: ຄວາມເຂົ້າໃຈ ຕໍ່ມະຕິຂອງພັກ ຍັງບໍ່ທັນເລິກເຊິ່ງ, ເຂົ້າໃຈແບບລວມໆ-ຜິວເຜີນ ເຮັດໃຫ້ບໍ່ສາມາດ ຜັນຂະຫຍາຍເປັນແຜນປະຕິບັດລະອຽດ, ບໍ່ຮູ້ວິທີເຮັດ; ຄວາມກະຕືລືລົ້ນ, ຄວາມເປັນເຈົ້າການ, ເປັນເຈົ້າຕົນເອງ, ເອົາໃຈໃສ່ ແລະ ຫົວຄິດປະດິດສ້າງ ໃນການສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຍັງບໍ່ທັນສູງ;

3). ການຈັດຕັ້ງປະຕິບັດມະຕິຂອງພັກ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ບໍ່ວ່າຈະແມ່ນການຫັນເປັນອຸດສາຫະກໍາ, ການສົ່ງເສີມການຄ້າ, ການອຳນວຍຄວາມສະດວກທາງດ້ານການຄ້າ, ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ, ການຄຸ້ມຄອງລາຄາສິນຄ້າ ແລະ ອື່ນໆ ພົວພັນກັບຫລາຍຂະແໜງການ, ແຕ່ກົນໄກການປະສານງານ ແລະ ປະສານສົມທົບ ຍັງບໍ່ທັນຄ່ອງຕົວ ແລະ ກົມກຽວກັນດີ ເຮັດໃຫ້ການຈັດຕັ້ງປະຕິບັດ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ;

No description available.

4). ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິພັກ ຍັງມີລັກສະນະເອື່ອຍອີງ ລໍຖ້າການຊີ້ນຳຈາກຂັ້ນເທິງ, ລໍຖ້າງົບປະມານ, ລໍຖ້າການຊ່ວຍເຫລືອຈາກພາຍນອກ ເເລະ ອື່ນໆ. ການນຳພາຊີ້ນໍາ ເເລະ ກວດກາການ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຍັງບໍ່ທັນເປັນລະບົບ, ບໍ່ທັນເປັນປົກກະຕິ ແລະ ບໍ່ທັນໃກ້ຊິດຕິດແທດພຽງພໍ ເຮັດໃຫ້ເກີດມີສະພາບ ເຮັດກະໄດ້ ບໍ່ເຮັດກະໄດ້ ຫຼື ຄ່ອຍເຮັດຄ່ອຍເປັນ ຄ່ອຍໄປ. ໂດຍລວມແລ້ວ ແມ່ນຍັງຂາດຄວາມເປັນເອກະລາດ ແລະ ຄວາມເປັນເຈົ້າຕົນເອງ.