ລາຄານໍ້າມັນດິບ ປັບຂຶ້ນອີກເລັກໜ້ອຍ

63

ລາຄານໍ້າມັນດິບເວັດເທັກຊັດ ຫຼື WTI ສົ່ງມອບເດືອນພຶດສະພາ ປິດຕະຫຼາດວັນທີ 3 ເມສາ ປັບຂຶ້ນ 28 ເຊັນ ປິດທີ່ 85,43 ໂດລາສະຫະລັດຕໍ່ບາເຣລ; ຂະນະທີ່ລາຄານໍ້າມັນດິບເບຣນ ງວດສົ່ງມອບເດືອນມິຖຸນາ ເພີ່ມຂຶ້ນ 43 ເຊັນປິດທີ່ 89,35 ໂດລາສະຫະລັດຕໍ່ບາເຣລ ຫຼັງຈາກສະຫະລັດອາເມຣິກາເປີດເຜີຍຄັງນໍ້າມັນດິບເພີ່ມຂຶ້ນໃນອາທິດຜ່ານມາ ເຊິ່ງບົງຊີ້ວ່າຄວາມຕ້ອງການນໍ້າມັນຫຼຸດລົງ.

อาจเป็นรูปภาพของ ข้อความ

ສຳນັກງານດ້ານພະລັງງານຂອງສະຫະລັດອາເມຣິກາ ເປີດເຜີຍ ຄັງນໍ້າມັນດິບສະຫະລັດ ເພີ່ມຂຶ້ນ 3,2 ລ້ານບາເຣລໃນອາທິດຜ່ນມາ ຂະນະທີ່ນັກວິເຄາະຄາດວ່າຈະຫຼຸດລົງ 300.000 ບສເຣ.

ລາຄານໍ້າມັນດິບດີດຕົວຂຶ້ນໃກ້ຈຸລະດັບ86ໂດລາໃນຊ່ວງທຳອິດ ຂານຮັບຜົນການປະຊຸມຄະນະກຳມະການຮ່ວມດ້ານການກວດສອບລະດັບລັດຖະມົນຕີ ຫຼື JMMC ຂອງກຸ່ມປະເທດຜູ້ສົງອອກນໍ້າມັນ ( ໂອເປັກ ) ແລະ ປະເທດພັນທະມິດ ( ໂອເປັກບວກ ).

ທັງນີ້ JMMC ມີມະຕິຮັກສານະໂຍບາຍການຜະລິດຂອງກຸ່ມປະເທດຜູ້ສົງອອກນໍ້າມັນ ແລະ ປະເທດພັນທະມິດ ຕາມທີ່ຕະຫຼາດຄາດການ ໂດຍໂອເປັກບວກ ຍັງຮັກສາການປັບຫລຸດກຳລັງການຜະລິດ 2,2ລ້ານບາເຣລຕໍ່ວັນ ເຊິ່ງເປັນໄປໃນລັກສະນະຄວາມສະໝັກໃຈຂອງປະເທດສະມາຊິກ; ຂະນະທີ່ຊາອຸດິອາຣາເບຍ ປັບຫຼຸດກຳລັງການຜະລິດລົງໂດຍສະໝັກໃຈ 1 ລ້ານບາເຣລຕໍ່ວັນ.