ລາຄາຄຳຂຶ້ນອີກ 30,20 ໂດລາ ສູ່ລະດັບ 2.315 ໂດລາຕໍ່ອອນ

23

ລາຄາຄຳຕະຫຼາດຟິວເຈີ ປັບຂຶ້ນອີກ 30,20 ໂດລາ ໂດຍໄດ້ແຮງໜູນຈາກຄຳສັ່ງຊື້ຄຳໃນຖານະສິນຊັບປອດໄພປ້ອງກັນຄວາມສ່ຽງຈາກເງິນເຟີ້ ເຖິງວ່າອັດຕາຜົນຕອບແທນພັນທະບັດສະຫະລັດອາເມຣິກາຈະປັບຕົວຂຶ້ນ ແລະ ຕະຫຼາດບໍ່ຄາດຫວັງຕໍ່ທິດທາງອັດຕາດອກເບ້ຍຂອງສະຫະລັດ.

ไม่มีคำอธิบายรูปภาพ

ສັນຍາລາຄາຄຳຕະຫຼາດໂຄແມັກ COMEX (Commodity Exchange)ສົ່ງມອບເດືອນມິຖຸນາ ປິດຕະຫຼາດວັນທີ 3 ເມສາ ປັບຂຶ້ນ30,20ໂດລາ ປິດທີ່2.315ໂດລາສະຫະລັດຕໍ່ອອນ.

ລາຄາຄຳ ໄດ້ປັດໄຈບວກຈາກຄວາມຕ້ອງການທີ່ເຂັ້ມແຂງຂອງທະນາຄານກາງທົ່ວໂລກ ແລະ ປັດໄຈດ້ານພູມສາດການເມືອງໂລກ ເຊິ່ງຊ່ວຍໜູນແຮງຊື້ຄຳໃນຖານະສິນຊັບປອດໄພ.

ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດ ຫຼື ເຟດ ກ່າວໃນວັນນີ້ວ່າ: ເຟດບໍ່ໄດ້ຮີບຮ້ອນໃນການຜ່ອນຄາຍນະໂຍບາຍການເງິນ.

ພວກເຮົາບໍ່ໄດ້ຄາດຫວັງວ່າເປັນເລື່ອງເໝາະສົມທີ່ຈະປັບຫຼຸດອັດຕາດອກເບ້ຍນະໂຍບາຍຈົນກວ່າຈະມີຄວາມເຊື່ອໝັ້ນຫຼາຍຂຶ້ນວ່າ ເງິນເຟີ້ກຳລັງປັບຕົວສູ່ລະດັບ 2% ຢ່າງຍືນຍົງ ເມື່ອພິຈາລະນາເຖິງຄວາມເຂັ້ມແຂງຂອງເສດຖະກິດແລະຄວາມຄືບໜ້າກ່ຽວກັບເງິນເຟີ້ຈົນເຖິງຕອນນີ້ ເຮົາຈະປ່ອຍໃຫ້ຂໍ້ມູນເຂົ້າມາເປັນປັດໄຈຊີ້ນຳການຕັດສິນໃຈດ້ານນະໂຍບາຍຂອງເຮົາ, ຕົວເລກການຈ້ງງານແລະເງິນເຟີ້ໃນໄລຍະນີ້ຕ່າງກໍຍັງສູງກວ່າທີ່ມີການຄາດການໄວ້ ແຕ່ຂໍ້ມູນດັ່ງກ່າວບໍ່ໄດ້ປ່ຽນແປງພາບລວມຢ່າງມີຄວາມໝາຍ, ທ່ານ ເຈີໂຣມ ພາວເວລ.