ເສດຖະກິດຈີນ ເຕີບໂຕ 4,8%ໃນໄຕມາດທຳອິດ

39

ສຳນັກຂ່າວ ຊິນຮວາ ຂອງ ສປຈີນລາຍງານວ່າ: ວັນທີ 1 ເດືອນເມສາ ທະນາຄານ ແຫ່ງປະເທດ ຈີນ ເປີດເຜີຍວ່າໃນໄຕມາດ1 ເສດຖະກິດປະເທດ ຂະຫຍາຍໂຕ 4,8% ເມື່ອທຽບປີຕໍ່ປີ. ຍ້ອນຄວາມຕ້ອງການທົ່ວໂລກ ແລະ ຄວາມເຊື່ອໝັ້ນທາງການຄ້າ ລະຫວ່າງປະເທດ ພວມເພີ່ມສູງຂື້ນ ເຊິ່ງມີສ່ວນຊຸກຍູ້ໃນການຟື້ນຕົວດ້ານການສົ່ງອອກຂອງຈີນ.

ສຳລັບສະພາບແວດລ້ອມ ພາຍໃນຂອງຈີນ ໄດ້ມີທ່າແຮງຂັບເຄື່ອນການເຕີບໂຕ ຂອງເສດຖະກິດເປັນໄປໃນເຊີງບວກ ເນື່ອງຈາກການບໍລິໂພກເພີ່ມຂຶ້ນຕາມທີ່ຄາດໄວ້, ການລົງທຶນດ້ານການຜະລິດ ເພີ່ມຂຶ້ນ, ການຜະລິດ ໄດ້ມີການຟື້ນຕົວຢ່າງຕໍ່ເນື່ອງ, ສ່ວນທ່າອ່ຽງໃນການຍົກລະດັບ ແລະ ການປ່ຽນຜ່ານ ທາງອຸດສາຫະກຳມີ ຄວາມຊັດເຈນຂຶ້ນ. ນອກນີ້ ຈີນ ຍັງຄາດວ່າ ຈີດີພີ ຈະເລີນເຕີບໂຕ 5,1% ໃນໄລຍະໄຕມາດ 2.