ກະຊວງອຸດສາຫະກຳ ແລະການຄ້າ ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

117

ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 4 ເມສາ 2024, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ກ່າວເປີດກອງປະຊຸມ ໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍ ຜູ້ຕາງໜ້າຈາກຂະແໜງການ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ, ບັນດາສະຫາຍຜູ້ຕາງໜ້າຈາກສະພາແຫ່ງຊາດ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດແລະ ຈຳນວນໜຶ່ງເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກ.

May be an image of 9 people and table

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມວ່າ: ກອງປະຊຸມເທື່ອນີ້ທີ່ປະຊຸມຈະໄດ້ພ້ອມກັນທົບທວນການປະຕິບັດມະຕິສຳຄັນຂອງພັກ-ທັງສະຫຼຸບຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກຳ ແລະການຄ້າ ຕາມທິດທີ່ສູນກາງພັກໄດ້ກຳນົດ ຕາມແຈ້ງການເລກທີ 51/ຫສພ ໃນວັນທີ 12ກຸມພາ 2024.

May be an image of 1 person, dais and text

ກອງປະຊຸມເປີດກວ້າງ ຈະດໍາເນີນໄປເປັນເວລາ 2 ວັນ ຄື: ມື້ທຳອິດ ກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ສະເໜີ ບົດສະຫຼຸບຕີລາຄາ ການຈັດຕັ້ງ ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກຳ ແລະ ການຄ້າ. ຫລັງຈາກນັ້ນ, ນັກຄົ້ນຄວ້າອາວຸໂສ 2 ສະຫາຍ ຄື: ສະຫາຍ ປະລິນຍາເອກ ບຸນທະວີ ສີສຸພັນທອງ, ອະດີດ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຈະນໍາສະເໜີບົດຕີລາຄາ ກ່ຽວກັບ “ການຫັນເປັນອຸດສາຫະກຳ ຢູ່ສປປລາວ”, ແລະ ສະຫາຍ ສຈ ປອ ບຸນທີ ເຄືອມີໄຊ, ອະດີດຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈະນຳສະເໜີ ກ່ຽວກັບ “ການຈັດຕັ້ງປະຕິບັດແນວຄິດໄກສອນພົມວິຫານ ກ່ຽວກັບການຄ້າເປັນຕ່ອງໂສ້” ນອກນັ້ນ ມີການແລກປ່ຽນຄຳເຫັນ ຈາກບັນດາສະຫາຍ ຜູ້ຕາງໜ້າຂອງຂະແໜງການ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ສະພາການຄ້າ ແລະ ອຸດສາຫະກຳ, ແລະ ຜູ້ເຂົ້າຮ່ວມກອງປະຊຸມ.

May be an image of 2 people, drink and text

ສຳລັບມື້ທີ 2 ຈະເປັນມື້ສັງລວມຄຳເຫັນຂອງກອງປະຊຸມ ຂອງມື້ທຳອິດ ແລະ ສືບຕໍ່ການປະກອບຄໍາເຫັນຈາກການນຳຂັ້ນສູງ ຂອງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ. ສ່ວນໃນຕອນບ່າຍ, ກອງປະຊຸມ ຈະໄດ້ຕ້ອນຮັບ ແລະ ຮັບຟັງຄຳເຫັນຊີ້ນຳ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ.ໃນກອງປະຊຸມຍັງໄດ້ມີການວາງສະແດງສິນຄ້າລາວ ແລະ ແຂ່ງຂັນຈັດກະຕ່າອວຍພອນອີກດ້ວຍ.