ລາຄາຄຳ ຂຶ້ນອີກ 24,7 ໂດລາ ສູ່ລະດັບ 2.281 ໂດລາຕໍ່ອອນ

41

ລາຄາຄຳຕະຫຼາດຟິວເຈີ ປັບຂຶ້ນອີກ 24,7 ໂດລາ ໂດຍໄດ້ແຮງໜູນຈາກຄຳສັ່ງຊື້ຈາກກອງທຶນຫຼາຍແຫ່ງ.

ສັນຍາລາຄາຄຳຕະຫຼາດໂຄແມັກ COMEX ( Commodity Exchange ) ສົ່ງມອບເດືອນມິຖຸນາ ປັບຂຶ້ນ 24,7 ໂດລາ ປິດທີ່2.281,7 ໂດລາສະຫະລັດຕໍ່ອອນ.

ນັກວິເຄາະລະບຸວ່າ: ແຮງຊື້ຈາກກອງທຶນໄດ້ຊ່ວຍບົດບັງປັດໄຈລົບຈາກການແຂງຄ່າຂອງເງິນໂດລາສະຫະລັດ ແລະ ການດີດຕົວຂອງອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດ ລວມທັງຄວາມບໍ່ໝັ້ນໃຈຕໍ່ທິດທາງອັດຕາດອກເບ້ຍສະຫະລັດ. ຫຼັງສະຫະລັດອາເມຣິກາ ເປີດເຜີຍດັດຊະນີພາກການຜະລິດທີ່ເຂັ້ມແຂງ ເຊິ່ງຈະເປັນປັດໄຈໜູນໃຫ້ທະນາຄານກາງສະຫະລັດ ຫຼື ເຟດ ຄົງອັດຕາດອກເບ້ຍໃນລະດັບສູງເປັນເວລາດົນກວ່າທີ່ຄິດໄວ້.

ນອກຈາກນີ້, ລາຄາຄຳ ຍັງໄດ້ປັດໄຈບວກຈາກຄວາມຕ້ອງການທີ່ເຂັ້ມແຂງຂອງທະນາຄານກາງທົ່ວໂລກ ແລະ ປັດໄຈດ້ານພູມສາດການເມືອງໂລກ.