ລາຄານໍ້າມັນດິບ ໃນຕະຫຼາດໂລກຍັງສືບຕໍ່ປັບຂຶ້ນ

41

ລາຄານໍ້າມັນດິບເວັດເທັກຊັດ ຫຼື WTI ສົ່ງມອບເດືອນພຶດສະພາ ປິດຕະຫຼາດວັນອັງຄານທີ 2 ເມສາ ປັບຂຶ້ນ 1,44 ໂດລາ ປິດທີ່ 85,15 ໂດລາສະຫະລັດຕໍ່ບາເຣລ; ຂະນະທີ່ລາຄານໍ້າມັນດິບເບຣນ ງວດສົ່ງມອບເດືອນມິຖຸນາ ເພີ່ມຂຶ້ນ 1,50 ໂດລາປິດທີ່ 88,92 ໂດລາສະຫະລັດຕໍ່ບາເຣລ ທ່າມກາງຄວາມກັງວົນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ເຊິ່ງອາດກະທົບຕໍ່ປະລິມານນໍ້າມັນໃນຕະຫຼາດໂລກ.

ນອກນີ້, ລາຄານໍ້າມັນຍັງໄດ້ແຮງໜູນຈາກພາກການຜະລິດທີ່ເຂັ້ມແຂງຂອງສະຫະລັດອາເມຣິກາ ລວມທັງການທີ່ປະເທດຜູ້ສົ່ງອອກນໍ້າມັນ ( ໂອເປັກ ) ແລະ ຊາດພັນທະມິດ ຫຼື ໂອເປັກບວກ ມີທ່າອ່ຽງທີ່ຈະດຳເນີນນະໂຍບາຍຫຼຸດກຳລັງການຜະລິດ.

ນັກລົງທຶນຍັງຕິດຕາມການເປີດເຜີຍຄັງນໍ້າມັນດິບຂອງສະຖາບັນປີໂຕລຽມອາເມຣິກາ ໃນວັນອັງຄານນີ້ ກ່ອນທີ່ສຳນັກງານດ້ານພະລັງງານຂອງລັດຖະບານສະຫະລັດ ຈະເປີດເຜີຍຂໍ້ມູນໃນວັນທີ 3 ເມສາ.