ຫວຽດນາມ ອະນຸມັດແຜນພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 – 2030

65

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນຂໍ້ຕົກລົງວ່າດ້ວຍ ການອະນຸມັດແຜນການປະຕິບັດການວາງແຜນກຳນົດການພັດທະນາ ໄຟຟ້າແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ການອະນຸມັດແຜນການດັ່ງກ່າວ ແມ່ນເພື່ອແນໃສ່ປະຕິບັດການຫັນປ່ຽນພະລັງງານຢ່າງແຮງ ຈາກເຊື້ອເພີງຝອກຊິວ ໄປຍັງບັນດາແຫຼ່ງພະລັງງານໃໝ່, ພະລັງງານທົດແທນ ເພື່ອຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ປະກອບສ່ວນມຸ່ງໄປເຖິງບັນດາເປົ້າໝາຍໄດ້ໃຫ້ຄຳໝັ້ນສັນຍາຕາມການປະກອບສ່ວນ ໂດຍປະເທດຕັດສິນໃຈເອງ ແລະ ເປົ້າໝາຍການປ່ອຍອາຍພິດລົງລະດັບ “ 0 ” ໃນປີ 2050 ຂອງ ຫວຽດນາມ.

ແຜນການໄດ້ຖືເປັນສຳຄັນການພັດທະນາແຫຼ່ງໄຟຟ້າພະລັງງານທົດແທນ ຮັບໃຊ້ການສົ່ງອອກ, ຜະລິດພະລັງງານໃໝ່ ດ້ວຍຂອບຂະໜາດສົ່ງອອກແຕ່ 5.000 MW ຫາ 10.000 MW; ໃຫ້ບຸລິມະສິດພັດທະນາຢູ່ບັນດາເຂດທີ່ມີ ຄວາມສາມາດບົ່ມຊ້ອນພັດທະນາພະລັງງານທົດແທນທີ່ດີ, ພື້ນຖານໂຄງລ່າງໄຟຟ້າທີ່ສະດວກ, ຂອບຂະໜາດພັດທະນາສູ້ຊົນບັນລຸ 5.000 MW ( ສ່ວນຫຼາຍແມ່ນແຫຼ່ງໄຟຟ້າແຮງລົມນອກຝັ່ງທະເລ ).