ລາຄາຄຳ ແລະ ນໍ້າມັນດິບ ປັບຂຶ້ນ

43

ສັນຍາລາຄາຄໍາຕະຫຼາດ ໂຄແມັກ ງວດສົ່ງມອບເດືອນມິຖຸນາ ປິດຕະຫຼາດວັນທີ 1 ເມສາ ປັບຂຶ້ນ 18,7 ໂດລາສະຫະລັດ ສ້າງສະຖິຕິສູງສຸດເປັນປະຫວັດການ ປິດທີ່ 2.257,10ໂດລາສະຫະລັດຕໍ່ອອນ ຂານຮັບດັດຊະນີລາຄາການໃຊ້ຈ່າຍເພື່ອການບໍລິໂພກສ່ວນບຸກຄົນ ( PCE ) ເຊິ່ງເຮັດໃຫ້ນັກລົງທຶນເພີ່ມຄວາມເຊື່ອໝັ້ນວ່າ ທະນາຄານກາງສະຫະລັດ ຫຼື ເຟດ ຈະປັບຫຼຸດອັດຕາດອກເບ້ຍໃນເດືອນມິຖຸນາ.

อาจเป็นรูปภาพของ 1 คน และ โรงกลั่นน้ำมัน

ຂະນະທີ່ລາຄານໍ້າມັນດິບເວັດເທັກຊັກ ຫຼື WTI ສົ່ງມອບເດືອນພຶດສະພາ ປິດຕະຫຼາດໃນວັນຈັນ ປັບຂຶ້ນອີກ 54 ເຊັນ ປິດທີ່ 83,71 ໂດລາສະຫະລັດຕໍ່ບາເຣລ. ສ່ວນນໍ້າມັນດິບ    ເບຣນ ສົ່ງມອບເດືອນມິຖຸນາ ຂຶ້ນ 42 ເຊັນ ປິດທີ່ 87,42 ໂດລາສະຫະລັດຕໍ່ບາເຣລ ຂານຮັບການຜະລິດທີ່ເຂັ້ມແຂງຂອງສະຫະລັດ ເຊິ່ງຈະເປັນປັດໄຈໜູນອຸປະສົງນໍ້າມັນໃນຕະຫຼາດ.

ສະຖາບັນຈັດການດ້ານອຸປະທານຂອງສະຫະລັດ ເປີດເຜີຍວ່າດັດຊະນີພາກການຜະລິດຂອງສະຫະລັດອາເມຣິກາປັບຕົວຂຶ້ນສູ່ລະດັບ 50,3 ໃນເດືອນມີນາ ຈາກລະດັບ 47,8ໃນເດືອນພຶດສະພາ ແລະ ສູງກວ່າທີ່ນັກວິເຄາະຄາດການທີ່ລະດັບ 48,1.