ກຳລັງຕິດຕັ້ງໄຟຟ້າພະລັງງານໃໝ່ຂອງຈີນ ຈະລື່ນກາຍໄຟຟ້າດ້ວຍຖ່ານຫີນ

41

ຂ່າວຊີອາໄອ ລາຍງານວ່າໃນກອງປະຊຸມວິເຄາະ ແລະ ຄາດຄະເນສະພາບເສດຖະກິດ ແລະ ການພັດທະນາພະລັງງານໄຟຟ້າປີ 2024, ສະມາຄົມວິສາຫະກິດໄຟຟ້າຈີນ ຄາດຄະເນວ່າ ປີ 2024 ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າທີ່ເປີດນຳໃຊ້ໃໝ່ຈະລື່ນກາຍ 300 ລ້ານກິໂລວັດ.

ไม่มีคำอธิบายรูปภาพ

ຮອດທ້າຍປີ 2024 ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໃໝ່ຈະມີເຖິງປະມານ 1,3 ຕື້ກິໂລວັດ ເຊິ່ງຈະລື່ນກາຍກຳລັງຕິດຕັ້ງຂອງເຄື່ອງຈັກຜະລິດໄຟຟ້າດ້ວຍຖ່ານຫີນເປັນຄັ້ງທຳອິດ ກວມເອົາຍອດປະລິມານກຳລັງຕິດຕັ້ງໄຟຟ້າເພີ່ມຂຶ້ນເປັນປະມານ 40%.

ໃນໜຶ່ງປີຜ່ານມາ, ການຫັນໄປສູ່ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳຂອງຈີນໄດ້ເລັ່ງລັດໄວຂຶ້ນ. ນັບມາຮອດທ້າຍປີ 2023 ຍອດປະລິມານກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າທົ່ວປະເທດມີເຖິງ 2,92 ຕື້ກິໂລວັດ ເພີ່ມຂຶ້ນ 13,9% ເມື່ອທຽບໃສ່ປີ 2022. ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານທີ່ບໍ່ແມ່ນປະເພດຟອດຊິວມີເຖິງ 1,57 ຕື້ກິໂລວັດ, ກວມຍອດປະລິມານກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າລື່ນກາຍ 50% ເປັນຄັ້ງທຳອິດ ຊຶ່ງມີເຖິງ 53,9% ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ປີ 2022.