ມັກກິນອາຫານຫວານ, ແປ້ງ, ຈືນລະວັງພະຍາດໄຂມັນຫຸ້ມຕັບ

49

ພະຍາດໄຂມັນຫຸ້ມຕັບຄືກຸ່ມຂອງພະຍາດທີ່ເກີດຈາກການສະສົມໄຂມັນໃນຕັບຫຼາຍກວ່າປົກກະຕິ ໂດຍໄຂມັນທີ່ເຂົ້າໄປແຊກນີ້ເປັນໄຂມັນຊະນິດໄຕກຼີເຊີຣາຍ ( Triglyceride ).

ໄຂມັນຫຸ້ມຕັບເກີດຂຶ້ນໄດ້ 2 ຊະນິດ ຄື: ຊະນິດທີ 1 ເກີດຈາກການດື່ມເຫຼົ້າ – ເບຍ ໂດຍຄວາມຮຸນແຮງຈະຂຶ້ນກັບປະລິມານ, ເພດ, ປະເພດ ແລະ ໄລຍະເວລາທີ່ດື່ມ ແລະ ຊະນິດທີ 2 ເກີດຈາກປັດໄຈສ່ຽງອື່ນໆ ເຊັ່ນ :ຈາກການກິນອາຫານທີ່ມີແປ້ງ ແລະ ນ້ຳຕານໂດຍສະເພາະນ້ຳຕານຟຼຸກໂຕສ ເຊິ່ງເປັນນ້ຳຕານທີ່ຮ່າງກາຍບໍ່ສາມາດນຳໄປໃຊ້ໄດ້ທັນທີ ຈະຖືກສົ່ງ ແລະ ເກັບສະສົມໃນຮູບແບບຂອງໄຂມັນຢູ່ຕັບ ດົນໄປຈະເກີດພາວະໄຂມັນຫຸ້ມຕັບ.

อาจเป็นรูปภาพของ 1 คน

ນ້ຳຕານຟຼຸກໂຕສ ພົບໄດ້ໃນໝາກໄມ້ ແລະ ເຄື່ອງດື່ມຕ່າງໆ ທີ່ມັກຕື່ມນ້ຳຕານລົງໄປ ເຊັ່ນ: ນ້ຳຫວານ, ນ້ຳຊົງເຄື່ອງດື່ມສຳເລັດຮູບພ້ອມດື່ມທັງຫຼາຍທີ່ມີລົດຫວານເປັນຕົ້ນ ເລີຍເປັນເຫດຜົນທີ່ໝໍບໍ່ຢາກໃຫ້ດື່ມເຄື່ອງດື່ມເຫຼົ່ານີ້ຫຼັງຜ່າຕັດ ເນື່ອງຈາກເກືອບທຸກທ່ານທີ່ເປັນພະຍາດຕຸ້ຍ ແລ້ວມາຜ່າຕັດຈະມີໄຂມັນຫຸ້ມຕັບ ຈາກນ້ຳຕານທີ່ສະສົມມາດົນໃນຮ່າງກາຍ. ນອກຈາກນັ້ນຍັງເກີດຈາກຜົນຂ້າງຄຽງຈາກຢາບາງຊະນິດ ເຊັ່ນ: ຢາກຸ່ມສະເຕຣອຍ, ຢາຕ້ານໄວຣັສບາງຊະນິດ, ຢາອາຫານເສີມບາງຊະນິດ.

ຈະເຫັນວ່າຖ້າເປັນເລື່ອງຂອງອາຫານທີ່ເຮັດໃຫ້ເກີດໄຂມັນຫຸ້ມຕັບນີ້ ສາເຫດຈະເປັນເລື່ອງຂອງແປ້ງ, ນ້ຳຕານ ແລະ ອາຫານທີ່ມີການຊຸບແປ້ງແລ້ວຈືນ ເພາະສາເຫດຄືແປ້ງ.

ໄຂມັນຫຸ້ມຕັບສ່ວນຫຼາຍມັກບໍ່ມີອາການ ຈຶ່ງຖືວ່າເປັນໄພງຽບ ມັກກວດພົບຈາກການກວດສຸຂະພາບປະຈຳປີ ເຊັ່ນ: ການເອັກໂກ້ ຫຼື ກວດເລືອດ.

ໄລຍະຂອງພະຍາດນີ້ແບ່ງອອກເປັນ 4 ໄລຍະ ຄື: ໄລຍະທຳອິດຈະມີການສະສົມໄຂມັນໃນເນື້ອຕັບຊື່ໆ, ໄລຍະທີ 2  ເລີ່ມມີການອັກເສບໃນເນື້ອຕັບເກີດຂຶ້ນ ຖ້າຍັງບໍ່ໄດ້ຮັບການປິ່ນປົວ ປ່ອຍໃຫ້ການອັກເສບເກີດຂຶ້ນເລື້ອຍໆ ເກີນ 6 ເດືອນ ຈະເຮັດໃຫ້ຕັບອັກເສບຊໍ້າເຮື້ອ ຜົນກວດເລືອດຄ່າຕັບອັກເສບເລີ່ມສູງ, ໄລຍະທີ 3 ມີຕຸ່ມຜື່ນເກີດຂຶ້ນໃນຕັບ ຈາກການອັກເສບໃນໄລຍະຍາວ ເນື້ອຕັບຈະຫາຍໄປຍ້ອນຖືກແທນທີ່ດ້ວຍຕຸ່ມຜື່ນແທນ ແລະ ໄລຍະທີ 4 ຕັບແຂງ ເນື່ອງຈາກຈຸລັງຕັບຖືກທຳລາຍໄປຫຼາຍຈົນເຮັດວຽກບໍ່ໄດ້ ແລະ ສ່ຽງຕໍ່ການເປັນມະເຮັງຕັບ.

อาจเป็นรูปภาพของ 1 คน

ເພື່ອຫຼີກລ່ຽງພະຍາດໄຂມັນຫຸ້ມຕັບແນະນໍາໃຫ້ປະຕິບັດດັ່ງນີ້:

  1. ງົດ ຫຼື ຫຼຸດອາຫານພວກແປ້ງ ນ້ຳຕານໃຫ້ໄດ້ຫຼາຍທີ່ສຸດ ລວມເຖິງເຄື່ອງດື່ມທາດເຫຼົ້າ ຈະເຮັດໃຫ້ໄຂມັນທີ່ຫຸ້ມຕັບນີ້ຫາຍໄປ ແລະ ຕັບກັບມາສຸຂະພາບດີໄດ້ ແລະ ເຮັດໃຫ້ນ້ຳໜັກຕົວຫຼຸດລົງໄດ້ນຳ.
  2. ການເຮັດ IF ( Intermittent Fasting ) ຈະຊ່ວຍໃຫ້ຮ່າງກາຍດຶງໄຂມັນໃນຜົ້ງທ້ອງອອກມາໃຊ້ ແລະ ເຮັດໃຫ້ນ້ຳໜັກຫຼຸດລົງໄດ້ເຊັ່ນກັນ.
  3. ອອກກຳລັງກາຍຢ່າງໜ້ອຍ 150 ນາທີຕໍ່ອາທິດ.
  4. ນອນຫຼັບພັກຜ່ອນໃຫ້ພຽງພໍ ແນະນຳເຂົ້ານອນກ່ອນ 22:00 ໂມງ ແລະ ນອນຢ່າງໜ້ອຍ 7 ຊົ່ວໂມງຕໍ່ມື້.
  5. ຫຼີກລ່ຽງການກິນຢາ ຫຼື ອາຫານເສີມນອກເໜືອຈາກທີ່ແພດສັ່ງ ຫຼື ຖ້າຢາກກິນແທ້ໆ ໃຫ້ກວດຄ່າຕັບ ຫຼື ເອັກໂກ້ຕັບເປັນໄລຍະ.
  6. ກວດສຸຂະພາບປະຈຳປີທຸກປີ.
  7. ງົດ ຫຼື ຫຼຸດແປ້ງ ແລະ ນ້ຳຕານໃຫ້ໄດ້ຫຼາຍທີ່ສຸດ.