ໄຕມາດ 1 ເສດຖະກິດຫວຽດນາມ ຂະຫຍາຍຕົວ 5,66%

21

ເສດຖະກິດຫວຽດນາມໄຕມາດ 1 ປີນີ້ ຂະຫຍາຍຕົວ 5,66% ຕໍ່າກວ່າຄາດການ ເນື່ອງຈາກການຜະລິດ – ສົ່ງອອກ ຂະຫຍາຍຕົວບໍ່ຕໍ່ເນື່ອງ, ສ່ວນການບໍລິໂພກພາຍໃນຜ່ອນຕົວລົງ ໂດຍຍອດຂາຍລົດຫຼຸດລົງແຮງເຖິງ 51%.

อาจเป็นรูปภาพของ 8 คน, สกูตเตอร์, รถจักรยานยนต์ และ ข้อความ

ສຳນັກງານສະຖິຕິຫວຽດນາມ ລາຍງານໃນວັນທີ 29 ມີນາວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ ຫລື ຈີດີພີ ໃນໄຕມາດທຳອິດຂອງປີ2024 ຂະຫຍາຍຕົວພຽງ5,66% ເມື່ອທຽບເປັນລາຍປີ ຫຼັງຈາກປັບຕົວຂຶ້ນ 6,72% ໃນໄຕມາດ 4 ປີຜ່ານມາ. ທັງຍັງເປັນການເຕີບໂຕທີ່ຕໍ່າ ກວ່າຄາດການຂອງນັກເສດຖະສາດທີ່ຄາດວ່າຈະເຕີບໂຕໄດ້6 ,4%.

ສຳນັກຂ່າວບຣູມເບີກລາຍງານວ່າ ເສດຖະກິດຫວຽດນາມທີ່ເພິ່ງພາ ການຄ້າ ເປັນຫຼັກກຳລັງປະສົບປັນຫາການຟື້ນຕົວທີ່ບໍ່ຄ່ອຍຕໍ່ເນື່ອງໃນພາກການສົ່ງອອກ ແລະ ກິດຈະກຳການຜະລິດ ທ່າມກາງອຸປະສົງຈາກຕ່າງປະເທດທີ່ຍັງຫງຽບເຫງົາ.

ລາຍງານລະບຸວ່າ: ຍອດສົ່ງອອກຂອງຫວຽດນາມ ຫົດຕົວລົງໜຶ່ງເດືອນ ຈາກ 3 ເດືອນຂອງໄຕມາດທຳອິດປີນີ້ ສະທ້ອນເຖິງການເຕີບໂຕທີ່ບໍ່ຕໍ່ເນື່ອງ; ຂະນະທີ່ການບໍລິໂພກພາຍໃນປະເທດຍັງມີສັນຍານອ່ອນແຮງລົງ ໂດຍສະທ້ອນຈາກຍອດຂາຍລົດໃນເດືອນກຸມພາ ທີ່ປັບຕົວລົງເຖິງ51,2%ແລະເປັນການປັບຕົວລົງແຮງສຸດໃນຮອບ 9 ເດືອນ.