ສປຊ ຮຽກຮ້ອງອີກຄັ້ງ ໃຫ້ຢຸດຍິງແບບມະນຸດສະທຳຢູ່ເຂດກາຊາໃນທັນທີ

15

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ນັບແຕ່ເກີດການປະທະກັນຂະໜາດໃຫຍ່ລະຫວ່າງປາແລັດສະຕີນກັບອິດສະລາແອນຮອບນີ້ເປັນຕົ້ນມາ, ສະພາບການມະນຸດສະທຳຢູ່ເຂດກາຊາຮ້າຍແຮງລົງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນນັບມື້ນັບລຳບາກ.

อาจเป็นรูปภาพของ โรงกลั่นน้ำมัน

ວັນທີ30ມີນານີ້, ອົງການສະຫະປະຊາຊາດໄດ້ຮຽກຮ້ອງອີກຄັ້ງໃຫ້ຢຸດຍິງແບບມະນຸດສະທຳຢູ່ເຂດກາຊາໃນທັນທີ ເພື່ອກອບກູ້ຊີວິດຂອງຊາວທ້ອງຖິ່ນ.

ວັນທີ30ມີນານີ້, ກອງທຶນເພື່ອເດັກນ້ອຍສປຊອອກຖະແຫຼງການວ່າ: ສຳລັບເດັກນ້ອຍຢູ່ເຂດກາຊາໃນປັດຈຸບັນ, ຢູ່ເຂດກາຊາ ມີບ່ອນໃດແມ່ນປອດໄພ. ໂອກາດດີທີ່ສຸດທີ່ກອບກູ້ຊີວິດຂອງປະຊາຊົນເຂດກາຊາແລະສິ້ນສຸດ ຄວາມທຸກທໍລະມານ ກໍແມ່ນສອງຝ່າຍທີ່ປະທະກັນຢຸດຍິງໃນທັນທີ.

ອົງການອະນາໄມໂລກກໍກ່າວໃນມື້ດຽວກັນວ່າ: ຕາມສະຖິຕິ ປັດຈຸບັນຢູ່ເຂດກາຊາມີຄົນເຈັບປະມານ 9 ພັນຄົນຕ້ອງການດ່ວນເພື່ອຍົກຍ້າຍຈາກກາຊາໄປປິ່ນປົວຢູ່ນອກ. ອົງການອະນາໄມໂລກ ທວງໃຫ້ອິດສະລາແອນອະນຸມັດໃຫ້ຄົນເຈັບສາຫັດເຫຼົ່ານີ້ຖອນອອກຈາກເຂດກາຊາ ເພື່ອຊ່ວຍກູ້ຊີວິດເຂົາເຈົ້າ.