ຍິນດີດ້ວຍກັບ Miss Supranational Laos 2024 ຄົນຫຼ້າສຸດ

1134

ວ້າວວ້າວ! ຍິນດີນຳເດີສໍາລັບ Miss  Supranational Laos 2024 ຄົນຫຼ້າສຸດໂດຍການປະກາດແຕ່ງຕັ້ງຢ່າງເປັນທາງການ ເປັນໄປຕາມຄາດອີຫຼີເໝາະສົມກັບຕໍາແໜ່ງອັນຊົງຄຸນຄ່າທຸກປະການ ຂ່າວບັນເທີງຕ້ອງຂໍສະແດງຄວາມຍິນດີນຳນ້ອງ ຄຣິດສະຕີນາ ລາຊະສິມມາຫຼາຍໆເດີ້ ຍ້ອນສັກກະຍະພາບ ແລະ ຄວາມສາມາດທີ່ມີຢ່າງລົ້ນເຫຼືອ ດັ່ງນັ້ນໃນຄໍ່າຄືນຂອງວັນທີ 31ມີນາຜ່ານມາ ຄຣິດສະຕິນາ ໄດ້ຖືກແຕ່ງຕັ້ງຈາກກອງປະກວດ Miss Supranational Laos ມີສຊຸບປຣາເນຊັນແນລລາວ ໃຫ້ເປັນ Miss Supranational Laos 2024ຄົນຫຼ້າສຸດ ທີ່ມາພ້ອມຄວາມຝັນອັນແຮງກ້າ ສັດທາໃນການເປັນນາງງາມ ເປັນຕົວແທນສາຍສະພາຍລາວໃນການປະກວດ Miss Supranational 2024 ຢູ່ທີ່ປະເທດ ໂປແລນນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ບອກເລີຍແຟນໆຂອງສາວງາມຄຣິດຕິນາເຊຍມ່ວນແນ່ນອນໃນປີນີ້! ເຊິ່ງກ່ອນໜ້ານີ້ໄດ້ມີຂ່າວລືອອກມາວ່າສາວງາມຄົນນີ້ຈະເປັນຕົວແທນລາວໃນເວທີສາກົນ ແຕ່ເຈົ້າໂຕກະບໍ່ໄດ້ອອກມາເຄື່ອນໄຫວຫຍັງນັ້ນເອງ ແຕ່ຫຼັງຈາກສາວງາມສຸດໜ້າຮັກຄຣິດສະຕີນາ ລາຊະສິມມາ ບິນລັດຟ້າໄປຮ່ວມງານຖະແຫຼງຂ່າວ ແລະ ເປີດໂຕມຸງກຸດ Miss Supranational Thailand 2024 ຖືວ່າເປັນຂ່າວດີສໍາລັບແຟນນາງງາມກັນເລີຍທີ່ລຸ້ນ ແລະ ເຊຍໄປຕາມໆກັນໃນທີ່ສຸດ. ເຊິ່ງໃນຄໍ່າຄືນຜ່ານມາກໍໄດ້ມີການປະກາດຢ່າງເປັນທາງການແລ້ວ ເປັນທີ່ເຮຮາຂອງແຟນສາວຄຣິດສະຕີນາແບບສຸດໆ ບອກເລີຍປີນີ້ວົງການນາງງາມກັບມາຄຶກຄັກອີກຄັ້ງແນ່ນອນເພາະສາວຄົນນີ້ແຟນຄລັບຫຼາຍແຮງ.

อาจเป็นรูปภาพของ 1 คน และ ข้อความ

ໂດຍກ່ອນໜ້ານີ້ເຈົ້າໂຕກໍໄດ້ມີການພົບປະກັບເຈົ້າຂອງ ເວທີ Miss Supranational ຄັ້ງທຳອິດ ເຊິ່ງສາວຄຣິດຕິນາກໍໄດ້ໂພສຜ່ານເຟສບຸກຂອງຕົນເອງວ່າ: “ເປັນການພົບປະກັບເຈົ້າຂອງ ເວທີ Miss Supranational ຄັ້ງທຳອິດທີ່ອົບອຸ່ນສຸດ ເພິ່ນໜ້າຮັກແລະ ໃຈດີຫຼາຍ ໄດ້ລົມແລກປ່ຽນກັນຫລາຍໆຢ່າງ ຮ່ວມງານຖະແຫຼງຂ່າວ ແລະ ເປີດໂຕມົງກຸດ Supranational Thailand”.

อาจเป็นรูปภาพของ 1 คน และ ข้อความพูดว่า "L MISS SUPRANATI"

ຫຼັງຈາກຮັບຕໍາແໜ່ງສາວງາມຄຣິດສະຕີນາກໍໄດ້ໃຫ້ສໍາພາດໃນເວທີວ່າ: “ຕົນເອງຮູ້ສຶກຕື່ນເຕັ້ນ ໃນຕອນທໍາອິດຄິດວ່າຈະພໍແລ້ວໃນການປະກວດ ແຕ່ຫົວໃຈຍັງຮຽກຮ້ອງອີກຄັ້ງໜຶ່ງ ບໍ່ຮູ້ວ່າຍ້ອນຫຍັງແຕ່ອາດຈະຢູ່ໃນສາຍເລືອດໂດຍທີ່ເຮົາບໍ່ຮູ້ຕົວ ເຊິ່ງກົນລະຍຸດໃນການທີ່ຈະໄປປະກວດທີ່ໂປແລນແມ່ນເຮົາຈະໄປດ້ວຍຫົວໃຈທີ່ຮັກ ແລະທຸກຄົນທີ່ສະໜັບສະໜູນດ້ວຍຄວາມຮັກເປັນຫຍັງທີ່ປາບປື້ມໃຈສຸດໆ  ສໍາລັບແຟນໆເປັນອີກໜຶ່ງພະລັງທີ່ກະຕຸ້ນຢາກໃຫ້ກັບມາສູ້ອີກຄັ້ງ ສະນັ້ນແລ້ວຂໍໃຫ້ທຸກຄົນເຊຍແລະເປັນກຳລັງໃຈໃຫ້ຄຣິດຕະນາໃນການເປັນຕົວແທນສາຍສະພາຍລາວອີກຄັ້ງໃນເວທີສາກົນຄັ້ງນີ້”.

ທ້າຍນີ້ຂ່າວບັນເທີງເອງຝາກຕິດຕາມຜົນງານການເຄື່ອນໄຫວໃນການຮ່ວມປະກວດເທື່ອນີ້ຂອງສາວຄຣິດສະຕີນາແນ່ເດີ້ ສາມາດຕິດຕາມໄດ້ທີ່ເພຈ Miss Supranational Laos ມີສຊຸບປຣາເນຊັນແນລລາວ.