ໄດ້ແລ້ວ! 18 ສາວງາມ ນໍາສະເໜີ 18 ແຂວງທົ່ວປະເທດ ໃນ Miss universe Laos 2024

74

ງາມເດສາວງາມ 18 ຄົນຜູ້ຜ່ານເຂົ້າຮອບ Miss Universe Laos 2024 ກັບການນຳສະເໜີ 18ແຂວງຈາກທົ່ວປະເທດ ມັກເບີໃດ ເຊຍເບີໃດຢູ່ຮ່ວມສົ່ງກຳລັງໃຈໃຫ້ສາວໆງາມກັນໄດ້ດ້ວຍການກົດໄລ້, ກົດແຊຣ ແລະ ຄອມເມັ້ນ ເພາະ 1 ຄົນ ໃນນີ້ ຈະໄດ້ເປັນນາງງາມຈັກກະວານລາວຄົນທີ 8 ແລະ ເປັນຕົວແທນສາວລາວສາຍສະພາຍລາວ ນໍາສະເໜີຄວາມເປັນລາວສູ່ເວທີ Miss Universe 2024 ທີ່ປະເທດແມັກຊິໂກ.

อาจเป็นรูปภาพของ 17 คน และ ข้อความ

ສາມາດຕິດຕາມການປະກວດຂອງສາວໆ ແລະ ຮ່ວມໂຫວດສົ່ງກຳລັງໃຈໃຫ້ສາວທຸກໆຄົນກັນໄດ້ໃນທຸກໆຊ່ອງທາງຜ່ານ  ເພຈ Miss Universe Laos ນັ້ນເອງ.

ຕອນນີ້ດ່ວນໆເດີແຟນໆນາງງາມ ເພາະໄດ້ມີການເປີດຂາຍບັດເຂົ້າງານຢ່າງເປັນທາງການກັບຮອບເປີດຕົວສາວງາມ ຮ່ວມເປີດປະສົບການຈັກກະວານແບບຕິດຂອບເວທີ TOP18 of Miss Universe Laos 2024 “UNIVERSE NIGHT” ຄ່ຳຄືນແຫ່ງຈັກກະວານ. ສໍາລັບລາຄາຂອງປີ້ບ່ອນນັ່ງແບບຕິດຂອບເວທີໃຫ້ຕົວແທນແຂວງ ແລະ ນ້ອງໆທີ່ທຸກຄົນເຊຍຢູ່ປີ້ບ່ອນນັ່ງລາຄາແມ່ນ 180.000 ກີບ ທຸກບ່ອນນັ່ງເດີ.

อาจเป็นรูปภาพของ 1 คน และ ข้อความ

ງານແມ່ນຈະມີຂຶ້ນໃນ ວັນທີ 31 ມີນາ 2024 ເວລາລົງທະບຽນ ແລະ ເປີດປະຕູ 16:30 ໂມງ ສະຖານທີ່ Crowne Plaza Vientiane, ພ້ອມນີ້ ສຸດພິເສດກັນເລີຍແມ່ນຈະໄດ້ພົບກັບ ປາເປົ້າ ໄພມະນີ ລາດສະບັນເທົາ Miss Universe Laos2023 ແລະ ສາວງາມໃນແຕ່ລະປີ ພ້ອມທັງຜູ້ມີຊື່ສຽງແຖວໜ້າໃນລາວ ເຂົ້າຮ່ວມງານອີກດ້ວຍ.

ຮີບຟ້າວກັນເລີຍເດີ ປະສົບການນີ້ຫາຢູ່ໃສບໍ່ໄດ້ ນອກຈາກເວທີນາງງາມຈັກກະວານລາວ ຕະການຕາດ້ວຍໄຟແສງສີ ແລະ ຮູບແບບງານທີ່ພິເສດແຕກຕ່າງ ສາມາດຕິດຕໍ່ຊື້ບັດ ເພື່ອໃຫ້ກຳລັງໃຈສາວງາມທີ່ທ່ານຮັກໄດ້ແລ້ວມື້ນີ້ Inbox ແລະ WhatsApp 020 5987 6952.

อาจเป็นรูปภาพของ 12 คน และ ข้อความ

ຂ່າວບັນເທີງເອງກໍຕື່ນເຕັ້ນທີ່ຈະໄດ້ເຫັນການໂຊສັກກະຍະພາບຂອງນ້ອງໆທັງ 18 ຄົນ ເຊື່ອວ່າແຟນຂ່າວກໍຈະຄິດຄືກັນ; ດັ່ງນັ້ນ ພົບກັນມື້ງານເດີໄປຮ່ວມສົ່ງກໍາລັງໃຈໃຫ້ກັບນ້ອງໆນໍາກັນ ແລະ ປີນີ້ບອກເລີຍວ່າ ເວທີລຸກເປັນໄຟຫຼັງຈາກມີການເປີດຕົວມາສາວງາມມີແຕ່ຜູ້ເກັ່ງໆມາກໄປດ້ວຍຄວາມຮູ້, ຄວາມສາມາດ ແລະ ທັດສະນະຄະຕິທີ່ດີທັງນັ້ນ ໃຜບໍ່ໄປຖືວ່າພາດເດີ ໄປຮ່ວມສົ່ງກຳລັງໃຈໃຫ້ນ້ອງໆນໍາກັນ.