ເປັນກຳລັງໃຈ ກຽມສົ່ງ 3 ນ້ອງຄົນເກັ່ງ ຮ່ວມປະກວດທີ່ປະເທດໄທ

3766

ມື້ນີ້ຂ່າວບັນເທີງມີຂ່າວດີຢາກໃຫ້ແຟນໆໄດ້ອ່ານ ພ້ອມກັບຮ່ວມເປັນກຳລັງໃຈໃຫ້ກັບນ້ອງໆເຍົາວະຊົນລາວຄົນເກັ່ງ ທີ່ຈະເປັນຕົວແທນປະເທດລາວຮ່ວມຊີງຕໍາແໜ່ງ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວ ນໍາຄວາມເປັນລາວໄປເຜີຍແຜ່ໃນເວທີສາກົນ ໂດຍງານນີ້ແມ່ນກຽມສົ່ງເຍົາວະຊົນ 3 ນ້ອງ ເປັນຕົວແທນປະເທດລາວໄປປະກວດໃນເວທີສາກົນອີກຄັ້ງ ທີ່ຈັງຫວັດລະຍອງ ປະເທດໄທ ຝາກເຊຍ ແລະ ໃຫ້ກຳລັງໃຈສາຍສະພາຍຂອງປະເທດລາວ ໃນເວທີສາກົນແດ່ເດີ.

อาจเป็นรูปภาพของ 1 คน และ ข้อความ

ເວທີນີ້ກໍຄືເວທີ Mister & Miss Charming International Prince & Princes 2024 ນັ້ນເອງ ແລະ ປີນີ້ບອກເລີຍວ່າແຟນໆເຊຍມ່ວນແນ່ນອນ ເພາະທາງກອງປະກວດຈາກປະເທດລາວແມ່ນຄັດໄດ້ແຕ່ນ້ອງໆຕົວເດັດ ຫຼໍ່, ງາມຄວາມຮູ້, ຄວາມສາມາດຄົບ ມີລຸ້ນມົງໃຫຍ່ຈາກເວທີດັ່ງກ່າວນີ້ແນ່ນອນ.

ສໍາລັບຕົວແທນປະເທດລາວຮຸ່ນທີ 1 ທີ່ສົ່ງເຂົ້າປະກວດ ເພື່ອຊີງມົງກຸດໃນປີນີ້ ນັ້ນກໍຄື ນ້ອງ ຫົງນະພາ ເລືອງມະນີ ປັດຈຸບັນອາຍຸ 6 ປີ ຕົວແທນຈາກນະຄອນຫຼວງ ວຽງຈັນ ໃນຕໍາແໜ່ງ Mini Miss Popular vote Beauty Power Lao Kid 2023 ນັ້ນເອງ ຕໍ່ມາຕົວແທນປະເທດລາວຮຸ່ນທີ 2 ແມ່ນນ້ອງປຸກກີ້ ລໍວົງສີນວນ ປັດຈຸບັນ ອາຍຸ 13 ປີ ຕົວແທນຈາກແຂວງເຊກອງ ຕໍາແໜ່ງ Preteen Miss Beauty Sekong Model 2024.

ຕົວແທນປະເທດລາວຮຸ່ນທີ 3ທີ່ຈະເຂົ້າຮ່ວມໃນເວທີສາກົນເປັນນ້ອງໜຸ່ມຫຼໍ່ ທ້າວ ພົງສະທອນ ໄວຍາວົງ ອາຍຸ 15 ປີ.

ຕົວແທນຈາກນະຄອນຫຼວງ ວຽງຈັນ ສໍາລັບຕໍາແໜ່ງ Preteen Mister Universe Beauty Power Laos Kid 2023.

อาจเป็นรูปภาพของ 1 คน และ ข้อความ

ສໍາລັບການປະກວດໃນຄັ້ງນີ້ ລາງວັນທີ 1 ໃນເວທີສາກົນມີ 2ລາງວັນ ນັ້ນກໍຄື Mister & Miss Charming International Prince & Princes 2024 ແລະ Mister & Miss Crown Hunt International 2024 ແຟນໆກອງເຊຍທັງຫຼາຍມື້ນີ້ຂ່າວບັນເທີງກໍໄດ້ນໍາເອົາຕາຕະລາງປະກວດມາຝາກມາຕ້ອນນໍາອີກ ຄື: ວັນທີ 28/3/2024 ຮອບປະກວດຄວາມສາມາດ Talent; ວັນທີ  29/3/2024 ຮອບ Preliminary; ວັນທີ 30/3/2024 ແມ່ນຮອບຕັດສິນ Grand Final ນັ້ນເອງ.

ງານນີ້ເຈົ້າພາບໃນການຈັດງານແມ່ນປະເທດໄທ Host Country is Rayong Thailand ແລະ ເຈົ້າຂອງເວທີປະເທດສິງກະໂປ Prsident of International Pagaent Singapore ແລະ ມີເຖິງ 30 ປະເທດໃນທົ່ວໂລກເຂົ້າຮ່ວມປະກວດນໍາອີກ ຝາກເຊຍ ແລະ ເປັນກຳລັງໃຈໃຫ້ເຍົາວະຊົນລາວອີກຄັ້ງໃນເວທີສາກົນແດ່ເດີທຸກຄົນ.