ເລຂາທິການໃຫຍ່ ສປຊ ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ໃນທັນທີ

33

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ດ່ານຊາຍແດນ Rafah ຂອງ ເອຢິບ ໃນວັນທີ 23 ມີນາ ໂດຍໄດ້ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ໃນທັນທີ ຕາມເນື້ອໃນຈິດໃຈຂອງເດືອນຣາມາດອນຂອງຊາວ ມຸດສະລິມ.

ທ່ານ ກູເຕີເຣສ ໃຫ້ຮູ້ວ່າ ໃນການຢ້ຽມຢາມດ່ານຊາຍແດນ ຣາຟາລະຫວ່າງ ເອຢິບ ແລະ ເຂດ ກາຊາ, ທ່ານຕັດສິນໃຈອົດອາຫານ ເພື່ອສະແດງ ຄວາມສາມັກຄີກັບປະຊາຊົນຜູ້ພວມຖືກປິດລ້ອມຢູ່ເຂດດິນແດນແຄມທະເລ ເມດີຕາເຣເນ.

ທ່ານ ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ ອິດສະຣາແອນ ຍົກອອກ “ຄຳໝັ້ນສັນຍາຢ່າງໜັກແໜ້ນ”, ສ້າງເງື່ອນໄຂໃຫ້ປະຊາຊົນ ປາແລດສະຕິນ ສືບຕໍ່ເຂົ້າເຖິງການໜູນຊ່ວຍມະນຸດສະທຳ ແລະ ປ່ອຍຕົວເປັນອິດສະຫຼະໃຫ້ບັນດາຜູ້ຍັງຖືກກັກຂັງ. ທ່ານ ຍັງຮຽກຮ້ອງໃຫ້ມີການສະໜັບສະໜູນຂອງທຸກໆສະມາຊິກ ສປຊ, ພ້ອມທັງຢັ້ງຢືນ ສປຊ ປາດຖະໜາຢາກຮ່ວມມືກັບ ເອຢິບ ເພື່ອສືບຕໍ່ນຳສິນຄ້າໜູນຊ່ວຍມະນຸດສະທຳ ເຂົ້າເຂດກາຊາ. ທ່ານ ຕີລາຄາສູງການຮ່ວມມືກັບ ເອຢິບ ເພື່ອປະຊາຊົນປາແລດສະຕິນ.