ເມືອງກາສີ ສາມາດກວດກູ້ສຳເລັດ ທັງໝົດ 234.246 ເຮັກຕາ ແລະ ພົບລະເບີດບໍ່ທັນແຕກ 1.231 ລູກ

32

ພິທີສະຫລຸບຜົນງານ ແລະ ປິດໂຄງການການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຣັດເຊຍ ສົກປີ 2023-2024. ຈັດຂຶ້ນໃນວັນທີ 24 ມີນາ 2024 ທີ່ເມືອງກາສີ ແຂວງວຽງຈັນ ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ເອວຊາດ ຕາລືບົບ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ພັນເອກ ລິຄາເຊັບ ອານເດຣ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນວ່າ: ສປປ ລາວ ເປັນປະເທດໜຶ່ງໄດ້ ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ໄລຍະສົງຄາມອິນດູຈີນ ແຕ່ປີ 1964 ເຖິງ ປີ 1973 ໂດຍ ອີງຕາມຂໍ້ມູນການຖິ້ມລະເບີດຂອງ ກອງທັບອາກາດສະຫະລັດອາເມລິກາ ແມ່ນມີຍົນຫລາຍກວ່າ 580.000 ຖ້ຽວບິນມາຖິ້ມລະເບີດຫລາຍກວ່າ 2 ລ້ານໂຕນ ໃສ່ແຜ່ນດິນລາວ. ໃນນັ້ນ, ສ່ວນຫລາຍແມ່ນລະເບີດໂບມບີ ຫຼືຫລື ລະເບີດລູກຫວານ ຊຶ່ງມີປະມານ 270 ລ້ານໜວ່ຍ. ມາຮອດປັດຈຸບັນຍັງປະມານ 30% ຂອງລູກລະເບີດ ດັ່ງກ່າວ ຍັງບໍ່ທັນແຕກ ແລະ ຕົກຄ້າງຢັ່ງຢາຍໃນພື້ນທີ່ດິນທໍາການຜະລິດ, ດິນປຸກສ້າງທີ່ຢູ່ອາໄສຂອງປະຊາຊົນ, ສະຖານທີ່ກໍ່ສ້າງໂຮງຮຽນ, ໂຮງໝໍ, ຕະຫລາດ, ຖະໜົນຫົນທາງ ແລະ ພື້ນທີ່ອື່ນໆ ໃນເກືອບທຸກແຂວງຂອງ ສປປ ລາວ. ພາຍຫລັງສົງຄາມສິ້ນສຸດລົງ ລູກລະເບີດບໍ່ທັນແຕກເຫລົ່ານັ້ນ ໄດ້ສືບຕໍ່ເປັນໄພຂົ່ມຂູ່ປະຊາຊົນລາວ ຕະ ຫລອດມາ ໃນແຕ່ລະປີມີຜູ້ເສຍຊີວິດ, ບາດເຈັບ ແລະ ພິການເປັນຈໍານວນຫລາຍພັນຄົນ ຊຶ່ງໄດ້ສົ່ງຜົນກະທົບ ຢ່າງ ໜັກໜ່ວງຕໍ່ການດຳລົງຊີວິດຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດພວກເຮົາ. ຈາກ ບັນຫາດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ວາງຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ພ້ອມກັນນັ້ນ, ລັດຖະບານ ໄດ້ຖືເປັນສໍາ ຄັນໃນການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດ ແລະ ສາກົນຕະຫລອດມາ ແຕ່ກໍຍັງບໍ່ທັນສາມາດເຮັດໃຫ້ ລະເບີດເຫລົ່ານັ້ນໝົດໄປຈາກພື້ນແຜນດິນລາວ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງກ່າວອີກວ່າ: ການຮ່ວມມືແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງ ເພື່ອມະນຸດສະທຳ ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກັບ ກະຊວງປ້ອງກັນປະ ເທດແຫ່ງ ສ ຣັດເຊຍ ຢູ່ ສປປ ລາວ ແມ່ນສະແດງອອກເຖິງຄວາມເປັນຫວ່ງເປັນໄຍຕໍ່ຊີວິດ, ຊັບສິນຂອງປະຊາຊົນ ລາວ ຊຶ່ງຍາມໃດ ກໍາລັງປະກອບອາວຸດຂອງສອງປະເທດ ລາວ-ຮັດເຊຍ ກໍມີຄວາມມຸ່ງຫວັງ ຢາກໃຫ້ປະຊາຊົນລາວ ຫລຸດພົ້ນຄວາມສ່ຽງອັນຕະລາຍຈາກ ບັນຫາລະເບີດບໍ່ທັນແຕກ ທີ່ຈັກກະພັດຖິ້ມໃສ່ໃນດິນແດນລາວ. ແຕ່ເນື່ອງ ຈາກການແກ້ໄຂບັນຫາລະເບີດດັ່ງກ່າວ ມີຄວາມຫຍຸ້ງຍາກຫລາຍ ແລະ ມີຄວາມສ່ຽງອັນຕະຫລາຍສູງ ຊຶ່ງບໍ່ສາມາດ ແກ້ໄຂໃນໄລຍະເວລາສັ້ນໆໄດ້. ສະນັ້ນ, ພວກເຮົາທັງໝົດ ຈົ່ງຮ່ມມມືກັນແກ້ໄຂໃຫ້ບັນຫາລະ ເບີດບໍ່ທັນແຕກ ໃຫ້ນັບມື້ນັບໝົດໄປຈາກພື້ນແຜ່ນດິນລາວ.

ພ້ອມນີ້, ທ່ານ ພັນເອກ ປາດຖະໜາ ບຸດທິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 14 ພະຈິກ 2023-20 ມີນາ 2024 ກໍາລັງກອງກວດກູ້ລະ ເບີດ ເພື່ອມະນຸດສະທຳກອງທັບ ຮ່ວມກັບກຳລັງກອງກວດກູ້ມິ່ນສາກົນ ກອງທັບແຫ່ງ ສ ຣັດເຊຍ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ອອກຈາກພື້ນທີ່ທຳການຜະ ລິດ ຂອງປະຊາຊົນ ເມືອງກາສີ ລວມມີ 5 ສະໜາມສໍາເລັດ ແລະ ມີຄວາມປອດໄພ 100%. ໃນນີ້, ສະໜາມທີ 1 ເຂດສວນຢາງພາລາ ບ້ານໂພນທ່ຽງ ເນື້ອທີ່ 93.816 ຕາແມັດ; ສະໜາມທີ 2 ເຂດບ້ານນາຊູ ເນື້ອທີ່ 110.434 ຕາແມັດ; ສະໜາມທີ 3 ເຂດພັດທະນາ ຜັງເມືອງໃໝ່ ບ້ານນາມົນ ເນື້ອທີ່ 18.758 ຕາແມັດ; ສະໜາມທີ 4 ຂອບເຂດມບ້ານວຽງແກ້ວ 01 (ກອງບັນຊາການທະຫານເມືອງ) ເນື້ອທີ 5.638 ຕາແມັດ; ສະໜາມທີ 5 ວຽງແກ້ວ 2 (ຫ້ອງການເງິນ) ເນື້ອທີ່ 5.600 ຕາແມັດ. ຜ່ານການກວດກູ້ລະເບີດ ມາຮອດປັດຈຸບັນ, ສາມາດກວດກູ້ສຳເລັດ ທັງໝົດ 234.246 ເຮັກຕາ; ພົບລະເບີດບໍ່ທັນແຕກ 1.231 ລູກ; ພົບເສດສະເກັດ ຈໍານວນ 265.754 ສິ້ນສ່ວນ, ເສດໂລຫະຕ່າງໆ ຈໍານວນ 234.919 ສິ້ນສ່ວນ.

ພ້ອມກັນນີ້, ໃນພິທີ ຍັງໄດ້ປະດັບຫລຽນໄຊພິລະອາດຫານ, ຫລຽນກາມິດຕະພາບ ແລະ ໃບຍ້ອງຍໍຈຳ ນວນໜຶ່ງ ໃຫ້ແກ່ນາຍ-ພົນທະຫານ ຂອງສອງປະເທດ ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ຕື່ມອີກ.
ຂ່າວ: ຢາຕົງ