ລາຄາຄຳຟິວເຈີ ຂຶ້ນແຮງ 23,7 ໂດລາຂານຮັບຜົນປະຊຸມເຟດ

49

ລາຄາຄຳຕະຫຼາດລ່ວງໜ້າ ຫລື ຟິວເຈີ ປິດຕະຫຼາດໃນວັນພະຫັດທີ 21 ມີນາ ປັບຂຶ້ນ23,7ໂດລາສະຫະລັດ ຂານຮັບການທີ່ທະນາຄານກາງສະຫະລັດ ຫລື ເຟດ ຍັງສົ່ງສັນຍານປັບຫຼຸດອັດຕາດອກເບ້ຍ 3 ຄັ້ງໃນປີນີ້.

ສັນຍາຄຳຕະຫຼາດ COMEX ( Commodity Exchange) ສົ່ງມອບເດືອນເມສາ ເພີ່ມຂຶ້ນ 23,7ໂດລາສະຫະລັດ ປິດທີ່2.184,7ໂດລາສະຫະລັດຕໍ່ອອນ.

ນອກຈາກນີ້ລາຄາຄຳໄດ້ປັດໄຈບວກຈາກການອ່ອນຄ່າຂອງໂດລາສະຫະລັດ ແລະ ການຫຼຸດລົງຂອງອັດຕາຜົນຕອບແທນພັນທະບັດສະຫະລັດ.

ດ້ານໂກແມນແຊັກ ອອກລາຍງານລະບຸວ່າ ທ່ານເຈີໂຣມ ພາວເວລ ປະທານເຟດ ແລະ ຄະນະກຳມະການເຟດສ່ວນ ໃຫຍ່ບໍ່ມີທ່າອ່ຽງທີ່ຈະຊະລໍການປັບຫຼຸດອັດຕາດອກເບ້ຍ ແລະ ເຟດມີແຜນປັບຫຼຸດອັດຕາດອກເບ້ຍຄັ້ງທຳອິດຂອງປີໃນການປະຊຸມເດືອນມິຖຸນາ.

ໂກແມນແຊັກຄາດວ່າເຟດຈະປັບຫຼຸດອັດຕາດອກເບ້ຍ 3 ຄັ້ງໃນປີນີ້ ໂດຍຈະເລີ່ມໃນເດືອນມິຖຸນາ, ເດືອນກັນຍາ ແລະ ເດືອນທັນວາ.