ພົບ 54 ຄົນແລ້ວ ກໍລະນີຕິດເຊື້ອໄຂ້ເລືອດດຳຈາກສັດສູ່ຄົນ

186

ແຂວງຈຳປາສັກແມ່ນໄດ້ກວດພົບຜູ້ຕິດເຊື້ອໄຂ້ເລືອດດຳເນື່ອງຈາກໄປບໍລິໂພກຊິ້ນສັດໃຫຍ່ທີ່ຕາຍບໍ່ຮູ້ສາເຫດຢູ່ສອງເມືອງ ຊຶ່ງມີຄວາມສ່ຽງທີ່ຈະຂະຫຍາຍໄປເປັນວົງກວ້າງຖ້າຫາກຂາດຄວາມເອົາໃຈໃສ່ຂອງທຸກພາກສ່ວນລວມທັງປະຊາຊົນຜູ້ລ້ຽງງົວ, ຄວາຍ, ແບ້ແກະຕ່າງໆ.

ຕາມເອກະສານແຈ້ງການຈາກກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ສະບັບເລກທີ 0219/ກຄພຕ ລົງວັນທີ 20 ມີນາ 2024 ໃຫ້ຮູ້ວ່າ: ພະຍາດໄຂ້ເລືອດດຳເປັນພະຍາດຕິດຕໍ່ຊະນິດໜຶ່ງທີ່ເກີດຈາກເຊື້ອຈຸລິນຊີທີ່ມີຊື່ວ່າ Bacillus anthracis ເປັນເຊື້ອພະຍາດທີ່ສາມາດຕິດຕໍ່ໄດ້ຢ່າງວ່ອງໄວຈາກສັດສູ່ຄົນ ແລະຄົນສູ່ຄົນ ດ້ວຍການສຳຜັດ, ການສູບດົມ, ການກິນເຊື້ອພະຍາດໄຂ້ເລືອດດຳທີ່ປົນເປື້ອນເຂົ້າໄປ.

No photo description available.
ອີງໃສ່ປະຫວັດທາງດ້ານລະບາດວິທະຍາໃນໄລຍະຜ່ານມາພະຍາດໄຂ້ເລືອດດຳ ເປັນພະຍາດຕິດຕໍ່ທີ່ມີການລະບາດແບບບົ່ມຊ້ອນຢູ່ໃນ ສປປ ລາວ ເມື່ອໃດທີ່ສະພາບແວດລ້ອມເອື້ອອຳນວຍກໍ່ຈະສ້າງເງື່ອນໄຂໃຫ້ແກ່ການລະບາດຂອງພະຍາດດັ່ງກ່າວໄດ້ ຈາກພື້ນທີ່ໜຶ່ງໄປສູ່ອີກພື້ນທີ່1 ໄດ້ຢ່າງວ່ອງໄວ ຊຶ່ງເປັນສາເຫດອັນສຳຄັນຂອງການເຈັບເປັນ ແລະເສຍຊີວິດ ດັ່ງນັ້ນ, ໃນວັນທີ2 ມີນາ 2024 ຈຶ່ງມີການລາຍງານກໍລະນີສົງໄສວ່າເປັນພະຍາດໄຂ້ເລືອດດຳຢູ່ໃນ 10 ບ້ານ 2 ເມືອງຂອງແຂວງຈຳປາສັກ ມີທັງໝົດ 54 ກໍລະນີ ແຕ່ຍັງບໍ່ມີຜູ້ເສຍຊີວິດ ການລະບາດໃນຄັ້ງນີ້ແມ່ນມີສາເຫດມາຈາກການກິນຊິ້ນງົວທີ່ຕາຍ.
ດ້ວຍເຫດຜົນດັ່ງກ່າວ ກົມຄວບຄຸມພະຍາດຕິດຕໍ່ ໃນນາມເປັນຈຸດປະສານງານ ເພື່ອປ້ອງກັນ ແລະໂຕ້ຕອບຕໍ່ການລະບາດຂອງພະຍາດຕິດຕໍ່ກໍ່ຄືພະຍາດໄຂ້ເລືອດດຳ ຈຶ່ງຂໍແຈ້ງເຖິງບັນດາທ່ານຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນ, ນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ປະຕິບັດມາດຕະການເຂັ້ມງວດດັ່ງນີ້:

May be an image of animal
ໃຫ້ຊີ້ນຳໆພາ ແລະອຳນວຍຄວາມສະດວກໃຫ້ອົງການຈັດຕັ້ງທຸກພາກສ່ວນພາຍໃນແຂວງ, ເມືອງ ແລະບ້ານ ໃນການເອົາໃຈໃສ່ເຝົ້າລະວັງ ຕິດຕາມ ແລະລາຍງານກໍລະນີສົງໄສພະຍາດໄຂ້ເລືອດດຳ ພ້ອມທັງເກັບຕົວຢ່າງເພື່ອກວດຢັ້ງຢືນທາງຫ້ອງວິເຄາະ.
ສືບຕໍ່ເຝົ້າລະວັງລາຍງານນັບແຕ່ມື້ພົບກໍລະນີ ຖ້າຄົບກຳນົດເຝົ້າລະວັງແລ້ວບໍ່ມີກໍລະນີໃໝ່ກໍ່ໃຫ້ເຮັດການເຝົ້າລະວັງຕາມປົກກະຕິ. ພ້ອມດຽວກັນນີ້ຕ້ອງສ້າງຄວາມເຂັ້ມແຂງດ້ານການບົ່ງມະຕິ ແລະຄຸ້ມຄອງກໍລະນີໃຫ້ບັນດາແພດ, ພະຍາບານໃນໂຮງໝໍແຂວງ, ໂຮງໝໍເມືອງ ແລະໂຮງໝໍນ້ອຍໃນການປິ່ນປົວ ພ້ອມມີການປະເມີນກໍລະນີ.

May be an image of hospital
ຮັບປະກັນໃຫ້ມີວຽກງານໂຄສະນາ ສຸຂະສຶກສາໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດດຳຢ່າງທົ່ວເຖິງແລະເປັນປົກກະຕິ ເພື່ອຮັບປະກັນການມີສ່ວນຮ່ວມຂອງຊຸມຊົນໃນການປ້ອງກັນການຕິດເຊື້ອ, ການຫຼີກລ່ຽງການບໍລິໂພກຊິ້ນສັດປະເພດງົວ, ຄວາຍທີ່ເຫງົາ, ຕາຍ.