ເມືອງໝື່ນ ເຊັນສັນຍາ ໂຄງການກໍ່ສ້າງສະໜາມຫັດແອບການທະຫານ ລວມມູນຄ່າທັງໝົດ 1,8 ຕື້ກວ່າກີບ

53

ພິທີເຊັນສັນຍາ ໂຄງານກໍ່ສ້າງສະໜາມຫັດແອບການທະຫານ ລະຫວ່າງ ກອງບັນຊາການທະຫານເມືອງໝື່ນ ລົງນາມໂດຍ ທ່ານ ພັທ ເຊີຫວັງ ປາຊົງຢ່າງ ແລະ ທ່ານ ດ່ອນ ປັນຍາທິລາດ ປະທານບໍລິສັດສະເພົາຄຳກໍ່ສ້າງຄົບວົງຈອນຈຳກັດ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍມີ ທ່ານ ພອນເທີດ ສຸຫວັດດີ ເຈົ້າເມືອງໆໝື່ນ, ມີຄະນະພັກ ຄະນະບັນຊາກອງບັນຊາການທະຫານເມືອງໝື່ນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງ ສະໜາມຫັດແອບການທະຫານຂອງກອງບັນຊາການທະຫານເມືອງໝື່ນ ຕັ້ງຢູ່ບ້ານນາປ່າໄຜ່ ເມືອງໝື່ນ ແຂວງວຽງຈັນ ເຊິ່ງກິດຈະກຳການກໍ່ສ້າງ ປະກອບມີ: ປັບເດີ່ນ, ກໍ່ສ້າງທາງເຂົ້າ, ຫ້ອງການ ຂະໜາດ 4×9 ແມັດ, ເຮືອນນອນ ຂະໜາດ 5 12 ແມັດ, ເຮືອນຄົວ ຂະໜາດ 8×8 ແມັດ, ຫ້ອງນໍ້າ 1 ຫລັງ ແລະ ຕິດຕັ້ງລະບົບໄຟຟ້າແສງຕາເວັນ ຄົບຊຸດ ເຊິ່ງຈະໃຊ້ເວລາກໍ່ສ້າງ 2 ປີ ໃຫ້ສຳເລັດ ລວມມູນຄ່າທັງໝົດ 1,8 ຕື້ກວ່າກີບ
ຂ່າວ: ກອງບັນຊາການ ປກຊ ເມືອງ