ສາວໆໃຈສັ່ນ ມື້ສຸດທ້າຍແລ້ວໃນການສະໝັກ MISS UNIVERSE LAOS 2024

76

ງານນີ້ຂ່າວບັນເທີງບອກເລີຍສາວໆຕ້ອງຮີບຟ້າວສະໝັກ ເຊິ່ງສາວໆພ້ອມ ຫຼື ຍັງທີ່ຈະເປັນ MISS UNIVERSE LAOS ຄົນຕໍ່ໄປຂໍພຽງເຈົ້າມີ “ ຫົວໃຈທີ່ແຂງແກ່ນ BRAVEHEART ” ບໍ່ຕ້ອງຖ້າມື້ໃດອີກ ສະໝັກເລີຍມື້ນີ້ ໂອກາດຢູ່ທາງໜ້າແລ້ວ ໂດຍໄປກົດສະໝັກເບິ່ງລາຍລະອຽດໄດ້ທີ່ເພຈ MISS UNIVERSE LAOS ເປີດໂອກາດໃຫ້ສາວງາມຈາກທົ່ວປະເທດ ປິດຮັບສະໝັກໃນວັນທີ 22 ມີນາ2024 ນີ້ເດີ.

อาจเป็นรูปภาพของ 7 คน และ ข้อความ

ງານນີ້ຫຼັງຈາກການຖະແຫຼງຂ່າວໄດ້ຈົບໄປ ຂ່າວບັນເທີງກໍໄດ້ນໍາເອົາບັນຍາກາດສຸດພິເສດມາຝາກມາຕ້ອນ ຖືວ່າເປັນຄັ້ງທໍາອິດທີ່ ປາເປົ້າ ໄພມະນີ ລາດສະບັນເທົາ ສວມຊຸດ ” ຜ້າໄໝລາວໄປຈັກກະວານ ” ຊຸດປະຈໍາຊາດລາວທີ່ໃສ່ຂຶ້ນໂຊທີ່ເວທີຈັກກະວານ ເອວສະວາດໍ ນຸ່ງມາໂຊຢູ່ລາວ ໃນງານຖະແຫຼງຂ່າວ Miss Universe Laos 2024 ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ອີກດ້ວຍ.

อาจเป็นรูปภาพของ 3 คน และ ข้อความ

ປີນີ້ບອກເລີຍພິເສດກວ່າປີຜ່ານມາ ເຊິ່ງມື້ນີ້ຂ່າວບັນເທີງຈະພາມາຕິດຕາມເບິ່ງວາລະຄວາມພິເສດ ຮູບແບບເງິນລາງວັນຂອງເວທີ Miss Universe Laos 2024 ປີນີ້ບໍ່ທຳມະດາ.

ຄອນເຊັບຂອງງານປີນີ້ຄື  ” Brave Heart – ຫົວໃຈທີ່ກ້າຫານ ” ເຊິ່ງດຳເນີນຈັດງານໂດຍ ບໍລິສັດ 78 Creation ແລະ SV Trading Sole Co.,Ltd ຮ່ວມກັບການຊີ້ນຳພາຍໃຕ້ກົມຂະບວນການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.

อาจเป็นรูปภาพของ 2 คน, ชุดแสดงละคร และ ข้อความพูดว่า "M THE NEXT MEDIA 5 M"

ວາລະດໍາເນີນການປະກວດ 23/03/2024 ຮອບຄັດເລືອກ Audition Face to Face; 31/03/2024 ຕ້ອນຮັບຜູ້ເຂົ້າຮອບ 18 ຄົນສຸດທ້າຍ TOP 18 Universe Night; 11/05/2024 ກິດຈະກໍາຮອບຄີເວີດ Keyword Challenge; 12/05/2024 ກິດຈະກໍາຮອບຍ່າງລັນເວ Runway Challenge; 22/05/2024 ເລີ່ມເຂົ້າເກັບຕົວໃນໂຮງແຮມ Hotel Registration; 26/05/2024 ຊຸດລອຍນໍ້າ Swimsuit Competition (ມີເຊີໄພ້ໃນງານ); 29/05/2024 ສໍາພາດຫ້ອງດໍາ Close Door Interview; 01/06/2024 ສະແດງຊຸດປະຈໍາແຂວງ Provincial Costume Show; 01/06/2024 ຮອບພຣີລິມ Preliminary Competition ແລະ 02/06/2024 ຮອບຕັດສິນ Final Competition.

อาจเป็นรูปภาพของ 1 คน และ ข้อความ

ພິເສດ ປີນີ້ຍັງໄດ້ຕ້ອນຮັບການມາຢ້ຽມຢາມປະເທດລາວເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດຈາກ ເຊນີສ ປາລາຊີໂອສ Miss Universe 2023 ສາວງາມຈາກປະເທດນິກາລາກວາ ເຊິ່ງຈະເດີນທາງມານະຄອນຫຼວງ ວຽງຈັນ ແລະ ຫຼວງພະບາງ ລະຫວ່າງວັນທີ 5 – 7 ເມສາ 2024 ນີ້ ໂດຍເປັນການຕ້ອນຮັບຈາກກອງປະກວດ Miss Universe Laos ມີສຢູນີເວີຣສລາວ.

อาจเป็นรูปภาพของ 2 คน และ ข้อความ

ປີນີ້ບອກເລີຍເງິນລາງວັນMiss Universe Laos 2024 ແມ່ນຈະໄດ້ຮັບເງິນລາງວັນເຖິງ 180 ລ້ານກີບ, ຮອງອັນດັບໜຶ່ງ ຮັບເງິນລາງວັນ 50 ລ້ານກີບ, ຮອງອັນດັບສອງ ຮັບເງິນລາງວັນ 30 ລ້ານກີບ, ລາງວັນໂຫວດສູງສຸດ ຮັບເງິນລາງວັນ 20 ລ້ານກີບ ແລະ ລາງວັນພິເສດ ຮັບເງິນລາງວັນ ລາງວັນລະ 10 ລ້ານກີບກັນເລີຍ.

ຮີບຟ້າວສະໝັກເດີສາວໆ ເພື່ອຄອບຄອງມົງກຸດແຫ່ງຈັກກະວານລາວ ຄົນທີ 8 ນັ້ນເອງ.