ອົງການອະນາໄມໂລກ ຮຽກຮ້ອງໃຫ້ ອິດສະຣາແອນຢຸດຕິແຜນການບຸກໂຈມຕີ ຣາຟາ

32

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ວັນທີ 16 ມີນາ, ທ່ານ Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ ອິດສະຣາແອນ ບໍ່ດຳເນີນການບຸກໂຈມຕີຣາຟາ(Rafah)  ເຊິ່ງແມ່ນແຫ່ງທີ່ມີສາມັນຊົນສ່ວນຫຼາຍຢູ່ເຂດ ກາຊາ ພວມອາໄສຢູ່.

อาจเป็นรูปภาพของ ไฟ, เฮลิคอปเตอร์ และ ข้อความ

ທ່ານຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກເນັ້ນວ່າ: ເລື່ອງກອງທັບ ອິດສະຣາແອນ ຂຶ້ນແຜນຍົກຍ້າຍກ່ອນດຳເນີນການບຸກໂຈມຕີບໍ່ແມ່ນມາດຕະການແກ້ໄຂຕາມຕົວຈຶງ. ທ່ານຖືວ່າ 1,2 ລ້ານຄົນຢູ່ Rafah ບໍ່ມີບ່ອນປອດໄພເພື່ອຍົກຍ້າຍ, ບໍ່ມີຮາກຖານສາທາລະນະສຸກປອດໄພ, ແລະ ຄົບມາດຕະການປິ່ນປົວເຊິ່ງຜູ້ໄປອົບພະຍົບສາມາດສຳພັດໄດ້ຢູ່ແຫ່ງອື່ນຂອງເຂດ ກາຊາ. ທ່ານຫວັງວ່າ ໄພພິບັດມະນຸດສະທຳນີ້ບໍ່ຄວນຮ້າຍແຮງກວ່າ.

ຕາມຖະແຫຼງການໃນວັນທີ 15 ມີນາ, ທ່ານນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ໄດ້ອະນຸມັດຜ່ານ “ແຜນການກະທຳຢູ່ Rafah” ຂອງກອງທັບ ແຕ່ຍັງບໍ່ທັນແຜນລາຍລະອຽດ ຫຼື ຈຸດເວລາເທື່ອ.