ເຊຍມ່ວນແນ່ນອນ! ມີຂ່າວລືໜາຫູ ສາວຄຣິດຕິນາ ຈະລົງຊີງມົງ Miss Supranational 2024

59

ອີກໜຶ່ງເວທີທີ່ສາວໆຕັ້ງຕາລໍຖ້າທີ່ຈະສະແດງສັກກະຍະພາບ ແລະ ຄວາມສາມາດທີ່ຕົນເອງມີ ສໍາລັບສາວໆທີ່ມີ ຄວາມຝັນ ແລະ ມີຄວາມສາມາດ ຢາກເປັນເຈົ້າຂອງຕໍາແໜ່ງອັນຊົງຄຸນຄ່າ ໂດຍສາມາດຕິດຕາມຂໍ້ມູນການເຄື່ອນໄຫວຕ່າງໆຂອງກອງປະກວດໄດ້ທາງເພຈ Miss Supranational Lao ມີສຊຸບປຣາ ເນຊັນແນລລາວ ແລະ ຕອນນີ້ທີມຂ່າວບັນເທີງໄດ້ຍິນຂ່າວແວ່ວໆມາວ່າ ສາວງາມເຈົ້າຂອງຕໍາແໜ່ງ Miss Universe Laos ກໍກຽມລົງແລ້ວເດີ.

อาจเป็นรูปภาพของ 3 คน

ໂດຍມີຂ່າວອອກມາວ່າເປັນທີ່ແນ່ນອນແລ້ວລະ ສຳລັບສາວງາມສຸດໜ້າຮັກຄຣິດຕິນາ ລາຊະສິມມາ ຈະລົງຊີງມົງກຸດ MissSuprana tional 2024 ແລະ ທີ່ສໍາຄັນໃນມື້ທີ່ຜ່ານມາ ຄຣິດຕິນາ ບິນລັດຟ້າໄປຮ່ວມງານຖະແຫຼງຂ່າວ ແລະ ເປີດໂຕມົງກຸດ Miss Supranational Thailand 2024 ຖືວ່າເປັນຂ່າວເຊຍມ່ວນ ສໍາລັບແຟນນາງງາມກັນເລີຍ ແຕ່ເຈົ້າຕົວເອງສາວຄຣິດຕິນາ ຍັງບໍ່ທັນເປີດເຜີຍເທື່ອ ເພາະເພິ່ນຂໍອຸບໄວ້ກ່ອນ ສະນັ້ນແຟນໆຕ້ອງຖ້າຕິດຕາມໄປນໍາກັນ  ເດີ.

อาจเป็นรูปภาพของ 3 คน, ห้องข่าว และ ข้อความพูดว่า "IONAL ND Glass Skin RELAR BIR"

ງານນີ້ເປັນການພົບປະກັບເຈົ້າຂອງເວທີ Miss Supranational ຄັ້ງທຳອິດ ເຊິ່ງສາວຄຣິດຕິນາ ກໍໄດ້ໂພສຜ່ານ    ເຟສບຸ໊ກຂອງຕົນເອງວ່າ:      “ ເປັນການພົບປະກັບເຈົ້າຂອງເວທີ Miss Supranational ຄັ້ງທຳອິດທີ່ອົບອຸ່ນສຸດ ເພິ່ນໜ້າຮັກ ແລະ ໃຈດີຫຼາຍ ໄດ້ລົມແລກປ່ຽນກັນຫຼາຍໆຢ່າງ ຮ່ວມງານຖະແຫຼງຂ່າວ ແລະ ເປີດໂຕມົງກຸດ Supranational Thailand ” .

ໃນການຮ່ວມງານຖະແຫຼງຂ່າວ ແລະ ເປີດໂຕມົງກຸດ Miss Supranational Thailand ໃນຄັ້ງນີ້ ສາວ ຄຣິດຕິນາ ກໍໄດ້ມີການຄວງຄູ່ໄປກັບ ອ້າຍໂຕໂຕ້ ພອນສິນ ປະທານເວທີ Miss Supranational Laos ນັ້ນເອງ ບອກເລີຍງານນີ້ເວທີຕ້ອງກັບມາຄຶກຄັກອີກຄັ້ງແນ່ນອນເລີຍ. ພ້ອມນີ້, ທັງສອງຄົນກໍຍັງໄດ້ຮ່ວມຖ່າຍພາບກັບປະທານເວທີ Miss Spranational ແລະ Miss Supranational 2023 ອີກດ້ວຍ ງານນີ້ເປັນຮູບເປັນຮ່າງຂຶ້ນແລ້ວ ເຫັນແນວນີ້ປັກໝຸດກຽມເຊຍນ້ອງໄດ້ເລີຍໃນເວທີສາກົນເດີທຸກຄົນ.