ໂຮງຮຽນມັດທະຍົມຕົ້ນແກ້ງກອກດົງ ຊະນະເລີດແຂ່ງຂັນກອງຕຸ້ມ-ກອງຫາງ ທີ່ງານສະຫວັນ ສຸກສັນຫັນສາ

68

ວັນທີ 16 ມີນາ 2024 ທີ່ງານສະຫວັນ ສຸກສັນຫັນສາ, ແຂວງສະຫວັນນະເຂດ ໄດ້ຈັດການແຂ່ງຂັນກອງຕຸ້ມ, ກອງຫາງ ເພື່ອເປັນການສືບສານປະເພນີວັດທະນະ ທຳທີ່ເປັນເອກະລັກຂອງແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ.

ການແຂ່ງຂັນຄັ້ງນີ້, ມີຄະນະກອງຕຸ້ມ, ກອງຫາງຈາກ 5 ພາກສ່ວນ ຊຶ່ງມາຈາກໂຮງຮຽນມັດທະຍົມຕົ້ນແກ້ງກອກດົງ ເມືອງຈຳພອນ, ມັດທະຍົມຕົ້ນສອນໄຊ, ໂຮງ ຮຽນສາມັນກິນນອນຊົນເຜົ່າ, ມັດທະຍົມຕົ້ນທາດອີງຮັງ, ນະຄອນ ໄກສອນ ພົມວິ ຫານ ແລະ ຄະນະກອງຕຸ້ມ, ກອງຫາງຂອງປະຊາຊົນບ້ານນ້ຳພຸ ເມືອງໄຊພູທອງ ເຂົ້າ ຮ່ວມ ຜົນການແຂ່ງຂັນປາກົດວ່າ:

– ອັນດັບທີ 1 ໄດ້ແກ່ຄະນະກອງຕຸ້ມ, ກອງຫາງຈາກໂຮງຮຽນມັດທະຍົມຕົ້ນແກ້ງກອກດົງ ເມືອງຈຳພອນ ໄດ້ເງິນສົດ10 ລ້ານກີບ ພ້ອມໃບຍ້ອງຍໍຂອງທ່ານເຈົ້າແຂວງ.
– ອັນດັບທີ 2 ໄດ້ແກ່ໂຮງຮຽນມັດທະຍົມຕົ້ນສອນໄຊ ນະຄອນໄກສອນ ພົມວິຫານ ໄດ້ເງິນສົດ 8 ລ້ານກີບພ້ອມໃບຍ້ອງຍໍຂອງທ່ານເຈົ້າແຂວງ.
– ອັນດັບທີ 3 ໄດ້ແກ່ ຄະນະກອງຕຸ້ມ,ກອງຫາງຂອງປະຊາຊົນບ້ານນ້ຳພຸ ເມືອງໄຊພູທອງ ໄດ້ເງິນສົດ 5 ລ້ານ ກີບ ພ້ອມໃບຍ້ອງຍໍຂອງທ່ານເຈົ້າແຂວງ.
ສ່ວນລາງວັນຊົມເຊີຍແມ່ນໄດ້ຮັບເງິນສົດ ຄະນະລະ 3 ລ້ານກີບ. ພ້ອມນີ້ ຄະນຳຈາກສູນກາງກໍຍັງໄດ້ມອບລາງວັນພິເສດໃຫ້ແຕ່ລະພາກທີ່ເຂົ້າຮ່ວມການແຂ່ງຂັນຕື່ມອີກຄະນະລະ 1 ລ້ານກີບ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ