ສະພາບໄຟໄໝ້ລາມປ່າ ໃນປີ 2024 ມີທ່າອ່ຽງຫລຸດລົງ

93

ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ສຳພາດໃນວັນທີ 12ມີນາ 2024 : ສາເຫດຕົ້ນຕໍທີ່ພາໃຫ້ເກີດມີໄຟໄໝ້ລາມປ່າ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ແມ່ນເກີດຈາກການບຸກເບີກ ແລະ ຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການຜະລິດກະສິກຳ ໂດຍສະເພາະ ຈູດໄຮ່ເພື່ອປູກເຂົ້າ, ປູກມັນຕົ້ນ, ຢາງພາລາ ແລະ ພືດເສດຖະກິດອື່ນໆ; ຈູດປ່າເພື່ອລ່າສັດປ່າ ແລະ ຈູດປ່າເພື່ອຊອກຢູ່ຫາກິນໃນປ່າ; ຈູດຄັງເພື່ອຂະຫຍາຍພື້ນທີ່ລ້ຽງສັດ. ຕາມບົດລາຍງານການຕິດຕາມຈຸດຄວາມຮ້ອນ (hotspot) ໃນເດືອນມັງກອນ 2024 ມີຈຸດຄວາມຮ້ອນ ທົ່ວປະເທດ ທັງໝົດ 899 ຈຸດ, ເດືອນກຸມພາ 5.049 ຈຸດ ແລະ ມີນາ 3.258 ຈຸດ ເຊິ່ງການນຳໃຊ້ແຜນທີ່ຈຸດພິກັດທີ່ເກີດຄວາມຮ້ອນ (ໄຟ) ມີຈຸດດີ ແລະ ຂໍຈຳກັດ ເປັນຕົ້ນ ຈຸດຄວາມຮ້ອນດັ່ງກ່າວ ບໍ່ສາມາດບອກຂະໜາດເນື້ອທີ່ຂອງພື້ນທີ່ໄຟໄໝ້ປ່າ, ໃນກໍລະນີ້, ພໍ່-ແມ່ ປະຊາຊົນ ຈູດຂີ້ເຫຍື້ອບໍລິເວນບ້ານເຮືອນຕົນເອງ, ແຜນທີ່ຈຸດພິກັດທີ່ເກີດຄວາມຮ້ອນດັ່ງກ່າວ ກໍແຈ້ງເຕືອນເຂົ້າລະບົບເຊັ່ນດຽວກັນ.

ໃນປີ 2023 ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ສາມາດສັງຮວມເນື້ອທີ່ປ່າໄມ້ ເສຍຫາຍຈາກເຫດການໄຟໄໝ້ລາມປ່າ ທັງໝົດ 476.964 ເຮັກຕາ. ໃນນັ້ນ, ເສຍຫາຍຫລາຍກວ່າໝູ່ ແມ່ນແຂວງໄຊຍະບູລີ 62.544 ເຮັກຕາ, ຮອງລົງມາແມ່ນ ຫລວງພະບາງ 57.050 ເຮັກຕາ, ແຂວງອັດຕະປື 50.391 ເຮັກຕາ, ຈຳປາສັກ 47.265 ເຮັກຕາ ແລະ ແຂວງຄຳມ່ວນ 44.773 ເຮັກຕາ. ສ່ວນແຂວງອື່ນໆ ແມ່ນເສຍຫາຍໜ້ອຍກວ່າ 40.000 ເຮັກຕາ.

ສຳລັບ ທິດທາງໃນຕໍ່ໜ້າ, ກົມປ່າໄມ້ ກຽມຈະສ້າງລະບົບຖານຂໍ້ມູນ ຈຸດຄວາມຮ້ອນຈາກພາບຖ່າຍດາວທຽມ; ສືບຕໍ່ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສ້າງແຜນການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ, ວາງມາດຕະການປ້ອງກັນໄຟໄໝ້ປ່າ ໂດຍການສ້າງໃຫ້ມີກຸ່ມປ້ອງກັນ, ປ້ອມຍາມປ່າ, ເຝົ້າລະວັງ ແລະ ແລວປ້ອງກັນໄຟໄໝ້ປ່າ ຕາມຈຸດທີ່ມີຄວາມສ່ຽງ ລວມທັງລະດົມພາຫະນະ, ວັດຖຸປະກອນ, ແຮງງານ ແລະ ງົບປະມານ ຈາກທຸກພາກສ່ວນເຂົ້າໃນການມອດໄຟປ່າ; ຫັນພະນັກງານລົງເຮັດວຽກຢູ່ທ້ອງຖິ່ນ ໂດຍສະເພາະ ພື້ນທີ່ທີ່ມີຄວາມຫລໍ່ແຫລມ ແລະ ມີຄວາມສ່ຽງ ຕໍ່ກັບການບຸກລຸກ ແລະ ທຳລາຍປ່າໄມ້; ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໂດຍສະ ເພາະ ຂັ້ນບ້ານ ແລະ ເມືອງ ຕ້ອງເປັນເຈົ້າການ ໃນການປ້ອງກັນ, ສະກັດກັ້ນ ອັກຄີໄພ ໃນປ່າໄມ້ ແລະ ທີ່ດິນປ່າໄມ້, ຈັດສັນງົບປະມານ, ກະກຽມວັດຖຸປະກອນທີ່ຈຳເປັນ ໃນການສະກັດກັ້ນ, ຕ້ານ ແລະ ດັບມອດໄຟໄໝ້ລາມປ່າ ໃຫ້ທັນເວລາ.
ຂ່າວ: ກິດຕາ
ຂປລ