3 ປີຜ່ານມາ ກອງບັນຊາການ ປກສ ເມືອງໄຊທານີ ສາມາດກັກຕົວຜູ້ຖືກຫາ 1.173 ຄົນ

72

ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 3 ປີ (2021-2023) ແລະ ທິດທາງແຜນການວຽກງານປີ 2024 ຂອງກອງບັນຊາການ ປກສ ເມືອງໄຊທານີ ເຊິ່ງຈັດຂຶ້ນໃນວັນທີ 14 ມີນາ 2024.

ເຊິ່ງກອງປະຊົມດັ່ງກ່າວໄດ້ມີການລາຍງານວ່າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໃນໄລຍະ 3 ປີຜ່ານມາ 2021-2023 ຜ່ານມາ ພົບເຫັນເປົ້າໝາຍພົວພັນຢາເສບຕິດທັງໝົດມີ 2.201 ຄົນ ຍິງ 114 ຄົນ. ໃນນັ້ນ, ເປົ້າໝາຍຊື້-ຂາຍລາຍໃຫຍ່ ມີ 18ຄົນ ຍິງ 5 ຄົນ, ເປົ້າໝາຍຊື້-ຂາຍລາຍກາງ ມີ 67ຄົນ, ຍິງ10 ຄົນ, ເປົ້າໝາຍຊື້-ຂາຍລາຍຍ່ອຍ ມີ 613 ຄົນ ຍິງ 23 ຄົນ, ເປົ້າໝາຍເສບ ມີ 1.503 ຄົນ ຍິງ 6 ຄົນ, ແກ້ໄຂເປົ້າໝາຍພົວພັນຢາ ເສບຕິດແຕ່ປີ 2021 ຫາ 2023 ລວມຄະດີທັງໝົດ 1.033 ເລື່ອງ.

ກັກຕົວຜູ້ຖືກຫາ 1.173 ຄົນ ຍິງ 163 ຄົນ, ຍັງດຳ ເນີນຢູ່ປະຈຸບັນມີ 91 ເລື່ອງ, ຜູ້ຖືກຫາ 149 ຄົນ ຍິງ 13 ຄົນແກ້ເປົ້າໝາຍຊື້-ຂາຍລາຍໃຫຍ່ 12 ຄົນ, ແກ້ເປົ້າໝາຍຊື້-ຂາຍລາຍກາງ 24 ຄົນ ຍິງ 4 ຄົນ; ເປົ້າໝາຍຊື້-ຂາຍລາຍຍ່ອຍ ມີ 173 ຄົນ ຍິງ 92 ຄົນ. (ແກ້ເປົ້າໝາຍເປັນຍິງຕ່າງເມືອງ 69 ຄົນ), ແກ້ເປົ້າໝາຍເສບ 909 ຄົນ ຍິງ 63 ຄົນ, ສົ່ງສູນປິ່ນປົວສົມສະຫງ່າມີ 55 ຄົນ ຍິງ 4 ຄົນ, ແກ້ຈຸດມົ້ວສຸມ 119 ຈຸດ ໄດ້ສຶກສາອົບ ຮົມເປົ້າໝາຍມົ້ວສຸມ-ເສບຢາເສບຕິດໄດ້ທັງໝົດ 568 ຄົນ ຍິງ 49 ຄົນ, ຢຶດຂອງກາງປະເພດຕ່າງໆໄດ້ຢາບ້າ 8.605.417 ເມັດ, ຢາໄອສ໌ ຈໍານວນ 10.026,944 ກຼາມ, ຢາອີ ຈຳນວນ 120 ກຼາມ, ເຄຕາມິນ ຈຳນວນ 5.666 ກຼາມ ແລະ ອື່ນໆ.
ພາບ-ຂ່າວ: ສີລິພອນ