ເມືອງດາກຈຶງ ເຮັດແທ້ຮື້ຖອນປ້າຍທີ່ບໍ່ຖືກຕາມລະບຽບການ

119

ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງດາກຈຶງ ແຂວງເຊກອງ, ເຊິ່ງນຳພາໂດຍ ທ່ານ ສີໃສ ພິມພິສອນ ຫົວໜ້າຫ້ອງການ ຖວທ ເມືອງ ໄດ້ເຄື່ອນໄຫວສຶກສາອົບຮົມຜູ້ປະກອບການ, ພ້ອມທັງຮື້ຖອນປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ພາຍໃນເມືອງ ຈຳນວນ 10 ກວ່າປ້າຍ ເມື່ອວັນທີ 13 ມີນາ 2024

ການຮື້ຖອນປ້າຍໃນຄັ້ງນີ້ໂດຍປະຕິບັດຕາມກົດໝາຍວ່າດ້ວຍປ້າຍສະບັບເລກທີ 50/ສພຊ,ລົງວັນທີ 21ມີຖຸນາ 2018,ມາດຕາ 47 ວ່າດ້ວຍສິດ ແລະ ໜ້າທີ່ຂອງຫ້ອງການຖະແຫຼງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວເມືອງ ໃນການຄຸ້ມຄອງປ້າຍ, ທັງເປັນການສ້າງຂະບວນການເພື່ອສະເຫຼີມ ສະ ຫຼອງປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນຊ່ວງເຮືອແພ ແລະ ບຸນປະເພນີບັນດາເຜົ່າປີ2024 ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ ເພາະຍັງມີປ້າຍໂຄສະນາຕ່າງໆຈຳນວນໜຶ່ງທີ່ມີເນື້ອໃນຂຽນໃນປ້າຍ,ພື້ນສີ,ຕົວໜັງສືບໍ່ສອດຄ່ອງຕາມລະບຽບກົດໝາຍທີ່ວາງໄວ້.
ຂ່າວ-ພາບ: ພຸດທະໄຊ ຍົວມະນີ