ແນໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງ ດາກຈຶງ ແຂວງເຊກອງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍທີ່ຂຶ້ນເປັນພາສາຕ່າງປະເທດ ປ້ານພິມຜິດຫຼັກໄວຍະກອນອື່ນໆ.
ຕາມຂ່າວທ້ອງຖິ່ນໃຫ້ຮູ້ວ່າ ໃນວັນທີ 13 ມີນາທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງດາກຈຶງ, ແຂວງເຊກອງ, ເຊິ່ງນຳພາໂດຍ ທ່ານ ສີໃສ ພິມພິສອນ, ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ເມືອງ ໄດ້ລົງສຶກສາອົບຮົມຕໍ່ຜູ້ປະກອບການ, ພ້ອມທັງຮື້ຖອນປ້າຍໂຄສະນາທີ່ເຫັນວ່າ ບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ພາຍໃນເມືອງດາກຈຶງຈຳນວນ 10 ກວ່າປ້າຍ.
ການຮື້ຖອນປ້າຍໃນຄັ້ງນີ້ໂດຍປະຕິບັດຕາມກົດໝາຍວ່າດ້ວຍປ້າຍສະບັບເລກທີ 50/ສພຊ, ລົງວັນທີ 21 ມີຖຸນາ 2018, ມາດຕາ47 ວ່າດ້ວຍສິດ ແລະ ໜ້າທີ່ຂອງຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໃນການຄຸ້ມຄອງປ້າຍ, ທັງເປັນການສ້າງຂະບວນການ ເພື່ອກະກຽມສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນຊ່ວງເຮືອແພ ແລະ ບຸນປະເພນີບັນດາເຜົ່າປີ 2024 ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ ,ເຊິ່ງເຫັນວ່າຍັງມີປ້າຍໂຄສະນາຕ່າງໆຈຳນວນໜຶ່ງທີ່ມີເນື້ອໃນຂຽນໃນປ້າຍ, ພື້ນສີ, ຕົວໜັງສືບໍ່ສອດຄ່ອງຕາມລະບຽບກົດໝາຍທີ່ວາງໄວ້.
ຂ່າວ-ພາບ: ພຸດທະໄຊ ຍົວມະນີ