ຊີ້ແຈງກ່ຽວກັບຂ່າວພະຍາດສັດລະບາດຢູ່ ເມືອງມຸນລະປາໂມກ ແມ່ນບໍ່ມີມູນຄວາມຈິງ

180

ພາຍຫຼັງມີຂ່າວ ການລະບາດພະຍາດສັດໃນສອງບ້ານ ຄື: ບ້ານກະດັນ ແລະ ບ້ານນາຂາມ ທີ່ຫຼາຍໆຄົນເຫັນຂ່າວມາກ່ອນໜ້ານີ້.

ແລະ ຕໍ່ມາກໍໄດ້ມີຂ່າວລືວ່າ ເມືອງມຸນລະປາໂມກ ກໍມີເຫດສົງໄສວ່າມີງົວຈ່ອຍ ແຕ່ຫຼ້າສຸດໄດ້ມີວິຊາການທີ່ກ່ຽວຂ້ອງລົງຕິດຕາມກວດກາເກັບກຳຂໍ້ມູນໃນຄອບຄົວຜູ້ທີ່ມີລ້ຽງສັດ ຜ່ານການຕິດຕາມກວດກາເຫັນວ່າ ບໍ່ມີຂໍ້ມູນຄວາມຈິງ ແລະ ສາມາດຢືນຢັນວ່າ: ເມືອງມຸນລະປາໂມກ ບໍ່ມການລະບາດພະຍາດສັດ.

ຫຼ້າສຸດ ທ່ານ ຄອນສະຫວັນ ພົມມະວົງສາ ຮອງຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງມຸນລະປາໂມກ ແຂວງຈໍາປາສັກ ໃຫ້ສຳພາດໃນວັນທີ 12 ມີນາ 2024 ຈາກຂ່າວດັ່ງກ່າວ ທາງວິຊາການທີ່ກ່ຽວຂ້ອງລົງຕິດຕາມກວດກາເກັບກຳຂໍ້ມູນໃນຄອບຄົວຜູ້ທີ່ມີລ້ຽງສັດ ຜ່ານການຕິດຕາມກວດກາເຫັນວ່າ ບໍ່ມີຂໍ້ມູນຄວາມຈິງ ແລະ ສາມາດຢືນຢັນວ່າ: ເມືອງມຸນລະປາໂມກ ບໍ່ມການລະບາດພະຍາດສັດ.

ພ້ອມນັ້ນ, ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ມີສັດ ລ້ຽງໃນຄອບຄົວ ເອົາໃຈໃສ່ຕິດຕາມສັດລ້ຽງຂອງຕົນຢ່າງໃກ້ຊິດ ເພາະວ່າໃນໄລຍະນີ້ເປັນໄລຍະລະດູແລ້ງ, ເປັນໄລຍະລະດູທີ່ຂາດອາຫານ ແລະ ຖ້າຫາກເຫັນສັດລ້ຽງຂອງຕົນມີອາການຜິດ ປົກ ກະຕິໃຫ້ລາຍງານກຸ່ມບ້ານ ແລະ ອົງການຈັດຕັ້ງບ້ານຂອງຕົນ ເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງສົມທົບ, ແຍກປ່ຽວສັດທີ່ຕິດ ແລະ ປິ່ນປົວຢ່າງທັນການ.

ນອກນີ້, ຍັງຮຽກຮ້ອງມາຍັງພໍ່ຄ້າ, ແມ່ຄ້າສັດຫ້າມເດັດ ຂາດ ນໍາເອົາສັດຈາກບ່ອນທີ່ມີການລະບາດ ຫຼື ເມືອງ, ແຂວງອື່ນທີ່ມີການລະບາດເຂົ້າມາຂາຍ ເພື່ອບໍລິໂພກພາຍໃນເມືອງຢ່າງເດັດ ຂາດ ເເພາະມີຂ່າວຂາກເມືອງອື່ນວ່າມີການລະບາດພະຍາດສັດສູ້ຄົນ ກໍຄືພະຍາດໄຂ້ເລືອດດຳ ເຊິ່ງເປັນພະຍາດໄວຣັສທີ່ເກີດຢູ່ໃນສັດ.
ພາບ-ຂ່າວ: ໜັງສືພິມຈຳປາໃໝ່