ເລົ່າງາມ ຈັດເທສະການໝາກກາເຟຄຳ ສົ່ງເສີມກິດຈະກຳ ປີທ່ອງທ່ຽວລາວ 2024

72

ເມືອງເລົ່າງາມ ຈັດເທສະການກາເຟຄໍາ ຕິດພັນກັບງານປີທ່ອງທ່ຽວລາວ 2024, ພາຍໃຕ້ຄໍາຂວັນ “ທ່ອງທ່ຽວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ” ແລະ ຄຳຂວັນທ່ອງທ່ຽວຂອງເມືອງທີ່ວ່າ “ເມືອງເລົ່າງາມ ຖິ່ນຖານກາເຟຄຳ, ທຳມະຊາດດົງຖ້ຳ, ຫັດຖະກໍາຊົນເຜົ່າ, ຖໍ້າເກົ້າຮູ ພູຕາກເຂົ້າ ເຫງົ້າວິລະຊົນ” ໃນຕອນບ່າຍວັນທີ 11 ມີນາ 2024 ຢູ່ເດີ່ນອະນຸສາວະລີນັກຮົບນິລະນາມ ໂດຍມີ ທ່ານ ດາວວົງ ພອນແກ້ວເຈົ້າແຂວງສາລະວັນ, ມີການນໍາຂອງແຂວງ, ຫົວໜ້າພະແນກ, ການນໍາຂອງເມືອງ, ແຂກຖືກເຊີນຈາກຕ່າງແຂວງ, ຕ່າງເມືອງ ແລະ ມວນຊົນຊາວເມືອງເລົ່າງາມວິລະຊົນ ເຂົ້າຮ່ວມ.

ທ່ານ ສົມສັກ ທົງຄໍາຫານ ເຈົ້າເມືອງເລົ່າງາມ ໄດ້ໃຫ້ຮູ້ວ່າ: ເທສະການກາເຟຄຳ ຄັ້ງນີ້, ເປັນການຫວນຄືນມູນເຊື້ອດຸໝັ້ນຂະຫຍັນພຽນ ໃນການເຮັດກະສິກໍາຂອງປະຊາຊົນ ໂດຍສະເພາະການປູກກາ ເຟ ແລະ ການສົ່ງເສີມ, ໂຄສະນາແຫລ່ງທ່ອງທ່ຽວ, ກິດຈະກໍາການທ່ອງທ່ຽວຂອງເມືອງ ເພື່ອປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດກິດຈະກຳຕ່າງໆຂອງປີທ່ອງທ່ຽວລາວ 2024, ເປີດກວ້າງການພັດທະ ນາເສດຖະກິດ-ການທ່ອງທ່ຽວຮອບດ້ານ ແລະ ເຊື່ອມໂຍງທຸກຂະແໜງການ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ, ດຶງດູດການລົງທຶນດ້ານການທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາປະກອບສ່ວນພັດທະນາເມືອງເລົ່າງາມ, ສ້າງເມືອງເລົ່າງາມໃຫ້ກາຍເປັນເມືອງເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ຕາມທິດ 3 ສ້າງທີ່ພັກ-ລັດຖະບານ ວາງໄວ້. ນອກນັ້ນ, ຍັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສຳຄັນຂອງ ກາເຟທີ່ເປັນສິນຄ້າເປັນຍຸດທະສາດຫຼັກຂອງເມືອງ, ການປູກກາເຟໄດ້ສືບທອດກັນມາຫຼາຍເຊັ່ນຄົນ, ມີຄວາມຍືນຍົງ, ລາຄາສູງແລະຄວາມຕ້ອງການຂອງຕະຫຼາດພາຍໃນ, ຕ່າງປະເທດແມ່ນສູງຂຶ້ນເລື້ອຍໆ.

ປັດຈຸບັນ, ທົ່ວເມືອງມີເນື້ອທີ່ປູກກາເຟທັງໝົດ 17.000 ກວ່າເຮັກຕາ ທຽບໃສ່ປີ 2023 ເພີ່ມຂຶ້ນ 2.000 ກວ່າເຮັກຕາ, ກວມເອົາ 23 ບ້ານ, 4.250 ຄອບຄົວ ເພື່ອຄໍ້າປະກັນທາງການຕະຫລາດແລະ ຄວາມຍືນຍົງຂອງກາເຟໃນປັດຈຸບັນ ໄດ້ມີການຈັດຕັ້ງກຸ່ມສົ່ງເສີມ ແລະ ສະໜັບສະໜູນທຸລະກິດການປູກກາເຟຫລາຍກຸ່ມຫລາຍດ້ານ, ໄດ້ຊຸກຍູ້, ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ປະຊາຊົນ ກໍຄື ຜູ້ຜະລິດ ມີໂອກາດສ້າງຜະລິດຕະພັນກາເຟ ເປັນຂອງຕົນເອງເຊັ່ນ: ກາເຟເລົ່າງາມ,ສວນແກ່ນມະນີສົດ, ຮ້ານບໍລິການກາເຟຢູ່ເທສະບານເມືອງ, ວຽງຄັອບຟີ ບ້ານຫ້ວຍໜູນ, ກາເຟອແກນນິກ ບ້ານໜອງຈົວ, ກຸ່ມກາເຟຄຳ ບ້ານນໍ້າແບ່ງ ແລະ ຜະລິດຕະພັນຊາດອກກາເຟ-ເປືອກກາເຟ. ບັນດາຜະລິດຕະພັນດັ່ງກ່າວ, ສາມາດເປັນຂອງຝາກຂອງຕ້ອນໃນເວລາແຂກມກຢ້ຽມຢາມ, ສ້າງຊື່ສຽງໃຫ້ເມືອງເລົ່າງາມ ໃຫ້ທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ. ສະເພາະປີ 2023 ລວມມູນຄ່າການສົ່ງອອກກາເຟ (ໝາກສ້ອມ) ທົ່ວເມືອງເລົ່າງາມ 17.660 ໂຕນ, ລວມມູນຄ່າ 1.000 ຕື້ກວ່າກີບ ທຽບໃສ່ປີ 2022 ເພີ່ມຂຶ້ນ 285 ຕື້ກວ່າກີບ.

ໃນງານຄັ້ງນີ້, ມີຂະບວນສວນສະໜາມ-ກ້ອນກຳລັງຂອງນ້ອງນັກຮຽນ, ພະນັກງານ-ລັດຖະ ກອນ, ກ້ອນກຳລັງຊາວສວນ, ຊາວສວນປູກພຶດປະສົມປະສານ ແລະ ການສະແດງສິລະປະດົນຕີ, ບົດຟ້ອນ ທີ່ສ່ອງແສງໃຫ້ເຫັນເຖິງວິຖີຊີວິດ, ວັດທະນະທຳ, ຮີດຄອງປະເພນີບັນດາເຜົ່າ ແລະ ການນຸ່ງຖື ທີ່ມີເອກະລັກສະຫງ່າງາມ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ